“ມາດາມ ບິ່ງ” - ຄຸນນະທາດ ຫວຽດນາມ ໃນເວທີສາກົນ

“ມາດາມ ບິ່ງ” - ຄຸນນະທາດ ຫວຽດນາມ ໃນເວທີສາກົນ

ໃນປະຫວັດສາດ ຫວຽດນາມ ຍຸກໃໝ່, ທ່່ານນາງ ຫງວຽນທິບິ່ງ, ອະດີດຮອງປະທານປະເທດ, ແມ່ນໜຶ່ງໃນບຸກຄົນຕົວແບບ, ນັກການທູດດີເດັ່ນ ແລະ ເປັນສັນຍາລັກ ຂອງ ປັນຍາ, ຄວາມກ້າຫານ ແລະ ພະລັງໃຈ ຂອງ ແມ່ຍິງ ຫວຽດນາມ ໃນເວທີສາກົນ.

ທ່ານນາງ ອະດີດຮອງປະທານປະເທດ ຫງວຽນທິບິ່ງ (ເດືອນສິງຫາ 2025). ພາບ: ກົງດາດ/VNP

ທ່ານນາງ ຫງວຽນທິບິ່ງ, ຊື່ເດີມແມ່ນ ຫງວຽນທິເຈົາຊາ, ເກີດ ເມື່ອ ວັນທີ 26 ພຶດສະພາ 1927 ທີ່ແຂວງ ກວາງນາມ (ປັດຈຸບັນ ແມ່ນນະຄອນ ດ່າໜັງ), ໃນຄອບຄົວທີ່ມີ ມູນເຊື້ອຮັກຊາດ. ໃນຖານະທີ່ເປັນຫຼານສາວ ຂອງ ນັກຮັກຊາດ ຟານເຈົາຈິງ- ນັກປະຕິຮູບຜູ້ຍິ່ງໃຫຍ່ ໃນຕົ້ນສະຕະວັດທີ XX, ທ່ານນາງ ໄດ້ຖືກ ຝຶກຝົນຫຼໍ່ຫຼອມຈິດໃຈ ເອກະລາດ, ແນວຄິດ ທີ່ກ້າວໜ້າ ແລະ ອຸດົມການ ຮັບໃຊ້ຊາດ ຕັ້ງແຕ່ ເຍົາໄວ.

ວັນທີ 27 ມັງກອນ 1973, ທີ່ ປາຣີ (ຝຣັ່ງ), ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດ ຫວຽດນາມໃຕ້ ຫງວຽນທິບິ່ງ ໄດ້ລົງນາມໃນເອກະສານ ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ. ພາບ: ວັນເລື່ອງ/VNA

 ຕັ້ງແຕ່ປີ 1945, ທ່ານນາງ ໄດ້ເຂົ້າຮ່ວມຂະບວນການ ຍາດເອົາ ອຳນາດ ທີ່ນະຄອນ ໄຊງ່ອນ, ເຄື່ອນໄຫວປະຕິວັດ ຢ່າງຕັ້ງໜ້າ ແລະ ກາຍເປັນກຳມະການ ຄະນະບໍລິຫານງານ ສະມາຄົມ ແມ່ຍິງກູ້ຊາດ. ໃນປີ 1948, ທ່ານນາງ ໄດ້ເຂົ້າເປັນສະມາຊິກ ພັກກອມມູນິດ ຫວຽດນາມ. ຊ່ວງໄລຍະຖືກຈອງຈຳ ໂດຍພວກ ລ່າເມືອງຂຶ້ນ ຝຣັ່ງ ຢູ່ຄຸກ ຈີ໋ຮວ່າ (1951-1953) ຍິ່ງຊຸບຫຼໍ່ ເຈດຈຳນົງ ແລະ ທຸນນະທາດ ທີ່ແຂງແກ່ນ, ເຮັດໃຫ້ທ່ານນາງ ກາຍ ເປັນນັກຮົບປະຕິວັດ ທີ່ອົງອາດ ກ້າແກ່ນ.

ສະຫາຍເລຂາທິການໃຫຍ່ ໂຕເລີມ ມອບນາມມະຍົດ ວິລະຊົນແຮງງານ ໃຫ້ແກ່ ທ່ານນາງ ຫງວຽນທິບິ່ງ, ອະດີດກຳມະການສູນກາງພັກ, ອະດີດຮອງປະທານປະເທດ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດ ຫວຽດນາມໃຕ້. ພາບ: ຟ້າມຫາຍ

ໜ້າທີ່ການທູດ ຂອງ ທ່ານນາງ ຫງວຽນທິບິ່ງ ໄດ້ກ່ຽວພັນ ກັບໄລຍະ ທີ່ຫຍຸ້ງຍາກ ທີ່ສຸດ ໃນປະຫວັດສາດຂອງຊາດ, ນັ້ນກໍຄື ສົງຄາມຕໍ່ຕ້ານ ຈັກກະພັດ ອາເມລິກາ. ຫຼັງຈາກ ການບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງໃຫຍ່ ໃນບຸນປີໃໝ່ ປີວອກ 1968, ຕໍ່ໜ້າແຮງກົດດັນ ທີ່ນັບມື້ນັບເພີ່ມຂຶ້ນ ຈາກສາກົນ, ຈັກກະພັດ ອາເມລິກາ ຈຳເປັນຕ້ອງ ຍອມຮັບ ການເຈລະຈາ ກັບຕົວແທນຂອງ ຫວຽດນາມ. ໃນສະພາບການນັ້ນ, ທ່ານນາງ ຫງວຽນທິບິ່ງ ໄດ້ຖືກແຕ່ງຕັ້ງໃຫ້ເປັນ ຫົວໜ້າຄະນະເຈລະຈາ ຂອງ ແນວໂຮມແຫ່ງຊາດ ປົດປ່ອຍ ພາກໃຕ້ ຫວຽດນາມ ທີ່ກອງ ປະຊຸມ ປາຣີ.

ທັນທີທີ່ເດີນທາງເຖິງ ປາຣີ ໃນວັນທີ 4 ພະຈິກ 1968, ທ່ານນາງ ບິ່ງ ໄດ້ສ້າງຄວາມປະທັບໃຈຢ່າງຍິ່ງ ຕໍ່ຫາງສຽງສາກົນ ດ້ວຍບົດ ກ່າວປາໄສ ທີ່ນຳສະເໜີ ວິທີແກ້ໄຂ 5 ຂໍ້ ຂອງ ແນວໂຮມ ແຫ່ງຊາດປົດປ່ອຍ ພາກໃຕ້ ຫວຽດນາມ. ການສະແດງອອກ ທີ່ກົງໄປກົງມາ, ຂໍ້ອ້າງອີງທີ່ແຫຼມຄົມ ແລະ ທ່າທາງ ທີ່ໝັ້ນໃຈ ຕົນເອງ ຂອງ ທ່ານນາງ ໄດ້ເຮັດໃຫ້ສື່ມວນຊົນ ຕາເວັນຕົກ ຍົກຍ້ອງຊົມເຊີຍ, ຂະໜານນາມໃຫ້ທ່ານນາງ ທີ່ເຕັມໄປດ້ວຍ ຄວາມເຄົາລົບວ່າ: “ມາດາມ ບິ່ງ” (ທ່ານນາງ ບິ່ງ).

ການນຳພັກ, ລັດ ມອບດອກໄມ້ ສະແດງຄວາມຮູ້ບຸນຄຸນ ຕໍ່ອະດີດຮອງປະທານປະເທດ ຫງວຽນທິບິ່ງ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 50 ປີ ວັນເຊັນສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ (ວັນທີ 27 ມັງກອນ 1973 - ວັນທີ 27 ມັງກອນ 2023). ພາບ: ຟ້າມຫາຍ

ຕະຫຼອດ ໄລຍະການເຈລະຈາ ທີ່ເຄັ່ງຕຶງ ເກືອບ 5 ປີ, ທ່ານນາງ ຫງວຽນທິບິ່ງ ແມ່ນຕົວແທນ ຂອງ ສຽງແຫ່ງສັນຕິພາບ, ຕັ້ງໝັ້ນ ປົກປ້ອງຫຼັກໝັ້ນອັນຊອບທຳຂອງຊາດ. ດ້ວຍຄວາມສາມາດ, ຄວາມຍືດຍຸ່ນ ແລະ ສິນລະປະ ການເຈລະຈາທີ່ຊຳນານ, ທ່ານ ນາງ ໄດ້ປະກອບສ່ວນ ສ້າງແຮງກົດດັນສາກົນ ບັງຄັບໃຫ້ ອາເມລິກາ ຕ້ອງ ເຈລະຈາຢ່າງຈິງຈັງ ແລະ ຍອມຈໍານົນ ເທື່ອລະກ້າວ.

ວັນທີ 27 ມັງກອນ 1973, ທ່ານນາງ ແມ່ນຜູ້ຍິງໜຶ່ງດຽວ ໃນຈຳນວນ 4 ຕົວແທນ ທີ່ລົງນາມ ໃນສັນຍາ ປາຣີ-ເອກະສານ ທີ່ມີຄວາມໝາຍ ທາງປະຫວັດສາດ ອັນສຳຄັນ, ເຊິ່ງໄດ້ ຢຸດຕິ ສົງຄາມ ແລະ ນຳສັນຕິພາບກັບຄືນສູ່ ຫວຽດນາມ ຢ່າງເປັນທາງການ. ຮູບພາບ ຂອງທ່ານນາງ ຫງວຽນທິບິ່ງ ໃນພິທີລົງນາມ ບໍ່ພຽງແຕ່ເປັນສັນຍາລັກ ຂອງ ການທູດ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນສັນຍາລັກ ຂອງແມ່ຍິງ ຫວຽດນາມ ໃນເວທີສາກົນ ອີກດ້ວຍ.

ຊີວິດ ແລະ ພາລະກິດຂອງທ່ານນາງ ຫງວຽນທິບິ່ງ ຈະເປັນແຫຼ່ງບັນດານໃຈ ທີ່ບໍ່ມີວັນສິ້ນສຸດ ໃຫ້ແກ່ຄົນຮຸ່ນຫຼັງ, ບໍ່ພຽງແຕ່ເປັນການປຸກລະດົມ ຄວາມພາກພູມໃຈຂອງຊາດ, ແຕ່ຍັງເປັນບົດຮຽນ ກ່ຽວກັບນ້ຳໃຈສາມັກຄີ, ຄວາມອົງອາດ ແລະ ຄວາມຮັກຊາດ. ພາບ: ກົງດາດ/VNP

ສຳລັບສື່ມວນຊົນ ຕາເວັນຕົກ, ທ່ານນາງ ຖືກຮັບ ຂະໜານນາມວ່າ “ດອກກຸຫຼາບ ທີ່ເຕັ້ນລຳຢູ່ ທ່າມກາງ ຝູງ ໝາປ່າ”, ເຊິ່ງເປັນພາບປຽບທຽບ ທີ່ຍົກຍ້ອງ ຄວາມອ່ອນໂຍນ ແຕ່ເດັດດ່ຽວ, ອ່ອນນ້ອມ ແຕ່ ເຂັ້ມແຂງ. ໃນຕົວ ຂອງທ່ານນາງ ມີທັງຄວາມຄົມຄາຍ ທາງດ້ານ ແນວຄິດ ຍຸດທະສາດ, ຄວາມທຸ່ນທ່ຽງ ໃນການແກ້ໄຂ ສະຖານະການ ແລະ ຄວາມສາມາດ ໃນການຊັກຊວນ ທີ່ສູງສຸດ-ເຊິ່ງແມ່ນ ຄຸນນະທາດ ສ້າງເປັນ ນັກການທູດ ທີ່ຍິ່ງໃຫຍ່.

ທ່ານນາງອະດີດຮອງປະທານປະເທດ ຫງວຽນທິບິ່ງ ໃນພິທີສະເຫຼີມສະຫຼອງ 50 ປີ ວັນເຊັນສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ (ວັນທີ 27 ມັງກອນ 1973 - ວັນທີ 27 ມັງກອນ 2023). ພາບ: ຟ້າມຫາຍ

ຫຼັງຈາກປະສົບຜົນສຳເລັດ ໃນກອງປະຊຸມ ປາຣີ, ທ່ານນາງ ຫງວຽນທິບິ່ງ ຍັງສືບຕໍ່ ໄດ້ຮັບຄວາມໄວ້ວາງໃຈ ໃນການ ມອບໝາຍໜ້າທີ່ ສຳຄັນຕ່າງໆ ເຊັ່ນ: ລັດຖະມົນຕີ ກະຊວງ ສຶກສາທິການ, ຮອງຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກ ທັງເປັນປະທານ ຄະນະກຳມະການພົວພັນ ຕ່າງປະເທດ ຂອງສະພາແຫ່ງຊາດ, ໂດຍສະເພາະ ແມ່ນ ຮອງປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໄລຍະ 1992-2002.

ຕາມການມອບສິດຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທ່ານນາງເອກອັັກຄະລັດຖະທູດ ລາວປະຈຳ ຫວຽດນາມ ຄຳເຜົາ ເອິນທະວັນ ໄດ້ໃຫ້ກຽດມອບຫຼຽນໄຊອິດສະຫຼະ (ຫຼຽນໄຊ ອິດສະຫຼະ) ຂອງ ລັດ ແຫ່ງ ສປປ ລາວ ໃຫ້ແກ່ ທ່ານນາງ ອະດີດຮອງປະທານປະເທດ ຫງວຽນທິບິ່ງ (ເດືອນ ພຶດສະພາ 2025). ພາບ: ຟ້າມຫາຍ
ຕາມການມອບສິດຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທ່ານນາງເອກອັັກຄະລັດຖະທູດ ລາວປະຈຳ ຫວຽດນາມ ຄຳເຜົາ ເອິນທະວັນ ໄດ້ໃຫ້ກຽດມອບຫຼຽນໄຊອິດສະຫຼະ (ຫຼຽນໄຊ ອິດສະຫຼະ) ຂອງ ລັດ ແຫ່ງ ສປປ ລາວ ໃຫ້ແກ່ ທ່ານນາງ ອະດີດຮອງປະທານປະເທດ ຫງວຽນທິບິ່ງ (ເດືອນ ພຶດສະພາ 2025). ພາບ: ຟ້າມຫາຍ

ເຖິງແມ່ນວ່າຈະໄດ້ອອກກິນເບ້ຍບຳນານ ແລ້ວ, ແຕ່ທ່ານນາງ ຍັງສືບຕໍ່ອຸທິດຕົນ ໂດຍຜ່ານການເຄື່ອນໄຫວ ການທູດ ປະຊາຊົນ. ຕັ້ງແຕ່ ປີ 2003 ຈົນເຖິງປັດຈຸບັນ, ທ່ານນາງ ດຳລົງຕຳແໜ່ງເປັນ ປະທານກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ, ຕັ້ງໜ້າຊຸກຍູ້ການເຄື່ອນໄຫວ ດ້ານມະນຸດສະທຳ, ການສຶກສາ ແລະ ການສົນທະນາ ສັນຕິພາບ, ສືບຕໍ່ພາລະກິດ ໃນການເຊື່ອມຕໍ່ ຫວຽດນາມ ກັບເພື່ອນມິດ ສາກົນ ດ້ວຍຮູບແບບ ການທູດທີ່ອ່ອນໂຍນ, ທົນທານ ແລະ ມີປະສິດທິຜົນ.

ທ່ານນາງ ອະດີດຮອງປະທານປະເທດ ຫງວຽນທິບິ່ງ ແມ່ນແບບຢ່າງທີ່ມີຊີວິດຊີວາ ຂອງຄວາມຮັກຊາດ, ພູມປັນຍາ ແລະ ບົດບາດຂອງແມ່ຍິງ ຫວຽດນາມ ໃນພາລະກິດ ປົກປັກຮັກສາ ແລະ ່ສ້າງສາ ປະເທດຊາດ ຕະຫຼອດ 80 ປີທີ່ຜ່ານມາ. ພາບ: ກົງດາດ/VNP

ທ່ານນາງ ຫງວຽນທິບິ່ງ ບໍ່ພຽງແຕ່ເປັນນັກການເມືອງເທົ່ານັ້ນ, ແຕ່ ຍັງເປັນ ພາກພິເສດ ໃນປະຫວັດສາດ ຫວຽດນາມ ຍຸກໃໝ່. ຊີວິດ ແລະ ພາລະກິດ ຂອງ ທ່ານນາງ ແມ່ນການລວມຕົວ ລະຫວ່າງເຈດຈຳນົງ ປະຕິວັດ ແລະ ຈິດໃຈຂອງຊາດ, ລະຫວ່າງ ແນວຄິດຍຸດທະສາດ ແລະ ຄວາມເມດຕາ ທີ່ເລິກເຊິ່ງ. ໃນຕົວ ຂອງທ່ານນາງ, ປະຊາຊົນ ເຫັນຮູບພາບ ຂອງພື້ນຖານການທູດ ຫວຽດນາມ ທີ່ມີຄຸນນະທາດ, ຕັ້ງໝັ້ນ ແຕ່ອ່ອນໂຍນ, ຂ້ຽວຂາດ ແຕ່ມີມະນຸດສະທຳ. ທ່ານນາງ ເປັນແບບຢ່າງທີ່ ມີຊີວິດຊີວາ ຂອງຄວາມຮັກຊາດ, ປັນຍາ ແລະ ບົດບາດ ຂອງ ແມ່ຍິງ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ຕະຫຼອດ 80 ປີທີ່ຜ່ານມາ.

ບົດ: ຖາວວີ - ພາບ: ກົງດາດ, ເອກະສານ ໂດຍຜູ້ກ່ຽວ ສະໜອງໃຫ້ - ແປໂດຍ: ບິກລຽນ


Top