ປອ ຫງວຽນຟານກຽນ - ບິດາ ແຫ່ງຜະລິດຕະພັນ ທີ່ມີປະໂຫຍດ ໃຫ້ແກ່ຊຸມຊົນ
ເມື່ອເວົ້າເຖິງບຸກຄົນທີ່ໂດດເດັ່ນ ໄດ້ມີການປະກອບສ່ວນ ຢ່າງຕັ້ງ ໜ້າ ໃຫ້ແກ່ຊຸມຊົນ ເປັນໄປບໍ່ໄດ້ ທ່ີບໍ່ກ່າວເຖິງ ທ່ານ ປອ ຫງວຽນ ຟານກຽນ-ຮອງຫົວໜ້າສະຖາບັນ ວິທະຍາສາດ ແລະ ເຕັກໂນໂລຊີ ສຸຂະພາບ-ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ. ນັກວິທະຍາ ສາດ ຜູ້ມີຄວາມສາມາດ ປະດິດສ້າງ 40 ລາຍການ ທ່ີມີຄຸນປະ ໂຫຍດ ໄດ້ປ່ຽນໃຫ້ເປັນສິນຄ້າ, 10 ຜະລິດຕະພັນ ທີ່ຊ່ວຍເຫຼືອຢ່າງ ແຂງແຮງ ໃນການຕໍ່ສູ້ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19, ແລະ ຫຼ້າສຸດ ແມ່ນ ເຈວທາ REVIVE BK ປິ່ນປົວ ພະຍາດກະດູກ ແລະ ຂໍ້ຕໍ່ ທີ່ທ່ານໄດ້ ເຂົ້າຮ່ວມ ໃນການຄົ້ນຄວ້າ ພ້ອມກັບທ່ານ ຮສຈ. ປອ ເຈິ່ນເຖື້ອງກວ໊າງ, ນຳເອົາຄວາມຫວັງ ມາສູ່ຄົນເຈັບຈຳ ນວນຫຼາຍ. ການອຸທິດຕົນ ໃນການປະດິດສ້າງຢ່າງບໍ່ຮູ້ອິດຮູ້ເມື່ອຍ ຂອງເພິ່ນ ແມ່ນແຮງບັນດານໃຈ ທີ່ບໍ່ມີວັນສິ້ນສຸດ ໃຫ້ແກ່ຄົນຮຸ່ນ ໜຸ່ມ ທີ່ຮັກວິທະຍາສາດ.
ພົບປະ ແລະ ສົນທະນາກັບທ່ານ ປອ ຫງວຽນຟານກຽນ ຫຼັງຈາກ ຫຼາຍປີ, ເມື່ອຊື່ສຽງຂອງເພິ່ນ ໄດ້ໂດ່ງດັງໃນວົງການວິທະຍາສາດ, ຂ້າພະເຈົ້າຍັງຮູ້ສຶກເຖິງຄວາມລຽບງ່າຍ, ອາລົມດີ ແລະ ຄວາມຮັກ ອັນແຮງກ້າ ຕໍ່ວິທະຍາສາດ ໃນຕົວເພິ່ນ. ການປ່ຽນແປງ ທີ່ໃຫຍ່ທີ່ ສຸດ ໃນນັກວິທະຍາສາດ ທີ່ກຳລັງຢູ່ໃນໄວຊ່ວງ “ເບັ່ງບານ” ທີ່ສຸດ ຂອງ ອາຊີບນີ້ອາດຈະແມ່ນ ຄວາມສຸຂຸມຮອບຄອບ, ຄວາມເປັນຈິງ ໃນຄວາມຄິດ, ຄວາມໜັກແໜ້ນ ແລະ ຄວາມຕັດສິນໃຈ ທີ່ຍິ່ງໃຫຍ່ ກວ່າຍາມໃດໝົດ ບົນເສັ້ນທາງທີ່ເພິ່ນໄດ້ເລືອກ.
ຮຽນຈົບຈາກສາຂາ ເອເລັກໂຕຣນິກ ໃນປີ 1999 ທີ່ພາກວິຊາ ເອເລັກໂຕຣນິກ ແລະ ໂທລະຄົມມະນາຄົມ, ມະຫາວິທະຍາໄລ ສັບ ພະວິຊາ ຮ່າໂນ້ຍ, ທ່ານ ໄດ້ຮັບໃບປະກາດສະນີຍະບັດ ປະລິນຍາ ໂທ ໃນສາຂາ ເອເລັກໂຕຣນິກ ແລະ ໂທລະຄົມມະນາຄົມ ທີ່ມະຫາ ວິທະຍາໄລ ສັບພະວິຊາ ຮ່າໂນ້ຍ ໃນປີ 2002 ແລະ ປະລິນຍາເອກ ໃນປີ 2008 ທີ່ສະຖາບັນ ເຕັກໂນໂລຊີ Shibaura ໃນປະເທດຍີ່ປຸ່ນ. ເພິ່ນໄດ້ເປັນທີ່ຮູ້ຈັກ ໃນວົງການວິທະຍາສາດ ຕັ້ງແຕ່ ປີ 2010 ເມື່ອ ຜະລິດຕະພັນ ອຸປະກອນປະຢັດໄຟຟ້າ ສຳລັບຫຼອດນີອອນ ຂອງ ເພິ່ນ ແລະ ເພື່ອນຮ່ວມງານ ໄດ້ຮັບລາງວັນໃຫຍ່ ຢ່າງຕໍ່ເນື່ອງ ໃນ ປະເທດ. ແຕ່ວ່າ ຂົງເຂດທີ່ເພິ່ນຕາມຫາ ແມ່ນເຕັກນິກ ຊີວະການ ແພດ, ຂະແໜງການທີ່ພັດທະນາໃໝ່ຢູ່ ຫວຽດນາມ. ເຖິງແມ່ນ ຈະ ປະເຊີນໜ້າ ກັບສິ່ງທ້າທາຍຫຼາຍຢ່າງໃນຂົງເຂດນີ້, ແຕ່ດ້ວຍຄວາມ ຫຼົງໄຫຼ, ຈິດໃຈໃຝ່ຫາຄວາມຮູ້, ມັກຄົ້ນຫາ ແລະ ອຸທິດຕົນ ໃຫ້ວິທະ ຍາສາດ ຢ່າງບໍ່ຢຸດຢັ້ງ, ເພິ່ນໄດ້ເປັນໜຶ່ງ ໃນຜູ້ບຸກເບີກ ທີ່ເຂົ້າຮ່ວມ ໃນການສ້າງ ຂະແໜງເຕັກນິກຊີວະການແພດ ຢູ່ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ ກໍຄືຢູ່ ຫວຽດນາມ, ປະດິດສ້າງອອກ ບັນ ດາຜະລິດຕະພັນ ແລະ ວິທີແກ້ໄຂ ທີ່ມີປະໂຫຍດ, ຮັບໃຊ້ຊຸມຊົນ ແລະ ສັງຄົມ. ດ້ວຍຫົວຄິດປະດິດສ້າງ ແລະ ມຸມມອງໃໝ່ ຫຼາຍຢ່າງ ໃນຂົງເຂດນີ້, ເພິ່ນໄດ້ເຂົ້າຮ່ວມ ໃນໂຄງການ Leaders in Innovation Fellowships (LIF) (ຜູ້ນຳ ໃນການປ່ຽນໃໝ່ປະດິດ ສ້າງ) ໂດຍສະພາມະຫາບັນດິດ ເຕັກນິກ ລາດຊະວົງ ອັງກິດ ໃຫ້ ການສະໜັບສະໜູນ ຂອງກອງທຶນ Newton (Newton Fund) ເພື່ອ ຊ່ວຍເຫຼືອ ນັກວິທະຍາສາດໜຸ່ມ ຫັນແນວຄວາມຄິດ ການຄົ້ນຄວ້າ ໃຫ້ເປັນຜະລິດຕະພັນ ການຄ້າ, ປະກອບສ່ວນແກ້ໄຂ ສິ່ງທ້າທາຍ ໃນການພັດທະນາ ເສດຖະກິດ-ສັງຄົມ.
ສຳລັບ ທ່ານ ປອ ກຽນ, ແຮງຈູງໃຈອັນໃຫຍ່ຫຼວງທີ່ສຸດ ທີ່ກະຕຸ້ນໃຫ້ ເພິ່ນ ເດີນຕາມ ເສັ້ນທາງການຄົ້ນຄວ້າ ວິທະຍາສາດ ແມ່ນຜະລິດ ຕະພັນ ວິທະຍາສາດ ຕ້ອງໄດ້ຮັບການນຳໃຊ້ ເຂົ້າໃນພາກປະຕິບັດ ຕົວຈິງ, ເປັນທ່ີຍອມຮັບຈາກຕະຫຼາດ ແລະ ຊ່ວຍເຫຼືອຊີວິດ ຂອງ ຜູ້ ຄົນ. ດ້ວຍເຫດນັ້ນ, 2 ປີການແຜ່ລະບາດ ຂອງ ພະຍາດໂຄວິດ-19 ສາມາດຖືໄດ້ວ່າ ເປັນຊ່ວງເວລາ ທີ່ໜ້າຈົດຈຳ ທີ່ສຸດສຳລັບເພິ່ນ ແລະ ເພື່ອນຮ່ວມງານ ແລະ ນັກສຶກສາທຸກຄົນ ທີ່ເຂົ້າຮ່ວມ ໃນການ ຄົ້ນຄວ້າ ໃນຊ່ວງເວລານັ້ນ. ທ່ານ ປອ ກຽນ ຫວນຄືນວ່າ: “ໃນເວລາ ນັ້ນ, ພວກຂ້າພະເຈົ້າບໍ່ນອນຈົນຮອດ 2-3 ໂມງເຊົ້າ ເພື່ອປຶກສາຫາ ລື ກ່ຽວກັບວິທີແກ້ໄຂທາງດ້ານເຕັກນິກ, ຈາກນັ້ນຕອນເຊົ້າ ກໍກົ້ມ ໜ້າກົ້ມຕາ ຜະລິດເຄື່ອງຈັກ ເພື່ອສະໜອງໃຫ້ແກ່ໂຮງໝໍ. ຜະລິດຕະ ພັນທີ່ແຕກຕ່າງກັນກວ່າ10 ລາຍການເຊັ່ນ: ຫ້ອງຊ່ວຍຫາຍໃຈ ປ້ອງ ກັນ ລະອອງນໍ້າ, ອຸປະກອນລ້າງມື, ເຄື່ອງວັດແທກອຸນຫະພູມອັດ ຕະໂນມັດ... ຫຼື ເຄື່ອງຂ້າເຊື້ອສະກັດກັ້ນພະຍາດໂຄວິດ-19, ໄດ້ຖືກ ສ້າງຂຶ້ນ, ຊ່ວຍເຫຼືອທ່ານໝໍ ແລະ ປະຊາຊົນ ຢ່າງມີປະສິດທິຜົນ ໃນ ການຂ້າເຊື້ອ ແລະ ປ້ອງກັນ ສະກັດກັ້ນ ການແຜ່ລະບາດ ເຊື້ອໂຄ ວິດ-19. ເຖິງແມ່ນວ່າຈະຫຍຸ້ງຍາກ, ແຕ່ນັ້ນແມ່ນ ຄວາມມ່ວນຊື່ນ, ຄວາມສຸກ ທີ່ຍິ່ງໃຫຍ່ທີ່ສຸດ ຂອງ ຄົນທີ່ເຮັດວຽກ ວິທະຍາສາດ ແລະ ເຕັກນິກ ຄືພວກຂ້າພະເຈົ້າ ເມື່ອປະດິດສ້າງຜະລິດຕະພັນ ທີ່ໄດ້ຮັບ ການນຳໃຊ້ຢ່າງມີປະສິດທິພາບ, ນຳຜົນປະໂຫຍດ ມາສູ່ຊຸມຊົນ”.
ອີງຕາມ ທ່ານ ປອ ກຽນ, ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດ ນາມ ໃນໄລຍະທີ່ຜ່ານມາ ໄດ້ບັນລຸຄວາມກ້າວໜ້າອັນໃຫຍ່ຫຼວງ ແລະ ສິ່ງນີ້ໄດ້ຮັບການພິສູດໂດຍຜະລິດຕະພັນຫຼາຍຢ່າງ ທີ່ຮັບໃຊ້ ການ ດູແລສຸຂະພາບ ທີ່ດີເຊັ່ນ: ຜະລິດຕະພັນ ຄຣິມບັນເທົາອາການ ເຈັບ, ຟື້ນຟູກ້າມເນື້ອ ແລະ ກະດູກ REVIVE BK ໂດຍກຸ່ມຄົ້ນ ຄວ້າ ຂອງ ສະຖາບັນ ວິທະຍາສາດ ແລະ ເຕັກໂນໂລຊີສຸຂະພາບ, ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ ຫາກໍ່ໄດ້ປະດິດສ້າງ ຫຼື ຜະ ລິດຕະພັນຂ້າເຊື້ອ SARS-CoV-2 ໃນພື້ນທີ່ປິດ ທີ່ໄດ້ ປະດິດສ້າງ ແລະ ໃນໄລຍະການລະບາດ ຂອງ ພະຍາດໂຄວິດ-19.
ອຸທິດຕົນ ໃຫ້ກັບການຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ, ມາຮອດປັດຈຸບັນ, ເພິ່ນໄດ້ຜັນ ຂະຫຍາຍໂຄງການຫຼາຍຢ່າງເຊັ່ນ: ພັດທະນາ ອຸປະກອນກວດກາ ຄຸນນະພາບຊີ້ນ ຢ່າງໄວ, ບັນດາ ອຸ ປະກອນມືຖື ກວດຜັກ ແລະ ໝາກໄມ້ ທີ່ປົນເປື້ອນສານເຄມີ ຢ່າງ ໄວ, ອຸປະກອນຟື້ນຟູ ສຸຂະພາບ ການເຄື່ອນເໜັງ ໃຫ້ແກ່ຄົນເຈັບ ທີ່ເປັນອຳມະພາດ... ທ່ານມຸ່ງໝັ້ນໃນການຄົ້ນຄວ້າ ທີ່ສຳຄັນໆ ເຊັ່ນ: ການຄົ້ນຄວ້າ ພັດທະນາ ຜະລິດຕະພັນ ທີ່ນຳໃຊ້ ໃນຂົງເຂດການ ແພດ; ເຂົ້າຮ່ວມຜັນຂະຫຍາຍໂຄງການ ແລະ ບົດຄວາມຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີຫຼາຍຢ່າງ ແລະ ເປັນຜູ້ ຂຽນປຶ້ມ ແບບຮຽນ ຫຼາຍຫົວທີ່ໄດ້ຮັບການພິມຈຳໜ່າຍ ແລະ ນຳເຂົ້າໃນການ ສິດສອນ.
ບົດ: ດັ້ງຮວ່ຽນ - ພາບ: ເຕິດເຊີນ - ແປໂດຍ: ບິກລຽນ