ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ: ຜູ້ສ້າງ ແລະ ເສີມສ້າງ ສາຍພົວພັນ ສສ ຫວຽດນາມ - ສ ອາເມລິກາ

ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ: ຜູ້ສ້າງ ແລະ ເສີມສ້າງ ສາຍພົວພັນ ສສ ຫວຽດນາມ - ສ ອາເມລິກາ

ດ້ວຍຄວາມເປັນມືອາຊີບ ດ້ານການທູດ, ແນວຄິດຍຸດທະສາດ ທີ່ແຫຼມຄົມ ແລະ ຄວາມສາມາດ ໃນການເຊື່ອມຕໍ່ ສາຍສໍາພັນ ທີ່ກວ້າງຂວາງ, ທ່ານ ຟ້າມກວາງວິງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສ ອາເມລິກາ, ຖືກຮັບຮູ້ວ່າ ເປັນໜຶ່ງ ໃນບັນດານັກການທູດ ທີ່ດີເດັ່ນ ຂອງ ຫວຽດນາມ-ຜູ້ທີ່ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ພ້ອມທັງ ມີບົດບາດສຳຄັນ ໃນການຊຸກຍູ້ ສາຍພົວພັນສອງຝ່າຍ ສສ ຫວຽດນາມ ແລະ ສ ອາເມລິກາ.

ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ຈັບມືກັບ ປະທານາທິ ບໍດີ ສ ອາເມລິກາ Donald Trump ໃນໂອກາດ ການຢ້ຽມຢາມ ຂອງ ການນຳຂັ້ນສູງ ໃນເດືອນ ພຶດສະພາ 2017. ພາບ: ເອກະສານ
ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ແລະ ພັນລະຍາ ຮວ່າງ ບິກລຽນ ຖ່າຍຮູບຮ່ວມກັບ ປະທານາທິບໍດີ ສ ອາເມລິກາ Barack Obama ແລະ ພັນລະຍາ Michelle Obama ໃນປີ 2016. ພາບ: ເອກະສານ
ເສັ້ນທາງ ປະກອບສ່ວນ ໃນຂົງເຂດການທູດ ຫວຽດນາມ ຂອງ ທ່ານ ເອກ ອັກຄະລັດຖະທູດ ຟ້າມກວາງວິງ ຕະຫຼອດໄລຍະເວລາ ເກືອບ 40 ປີ ແມ່ນເລື່ອງລາວ ທີ່ໜ້າສົນໃຈ ກ່ຽວກັບການສະສົມ ປະສົບການ ແລະ ຄຸນທາດ. ເພິ່ນໄດ້ເລີ່ມຕົ້ນ ອາຊີບ ດ້ວຍ ວຽກງານຫຼາຍຝ່າຍ ຢູ່ ຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ເກືອບ 27 ປີ, ຈາກນັ້ນ ກໍ່ມີປະສົບການ ກວ່າ 7 ປີ ກ່ຽວກັບບັນຫາ ASEAN ໃນຖານະເປັນ ຮອງ ລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າ SOM ASEAN ຂອງ ຫວຽດນາມ ແລະ ເກືອບ 4 ປີ ເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ອາເມລິກາ. ແຕ່ລະໄລຍະ, ແຕ່ລະຂົງເຂດ ວຽກງານ ບໍ່ພຽງແຕ່ເຮັດໃຫ້ເພິ່ນ ມີຄວາມຊົງຈໍາ ທີ່ບໍ່ອາດລືມໄດ້ ເທົ່ານັ້ນ, ແຕ່ຍັງ ຊ່ວຍໃຫ້ເພິ່ນ ມີວິໄສທັດທີ່ກວ້າງໄກ, ຄວາມສາມາດ ໃນການແກ້ໄຂ ບັນຫາສາກົນ ທີ່ສັບສົນ ແລະ ຄວາມສາມາດ ໃນການປະສານງານ ແລະ ຊຸກຍູ້ ການຮ່ວມມື ພາກພື້ນ. ຈາກປະສົບການອັນລ້ຳຄ່າ ແລະ ພື້ນຖານທີ່ໝັ້ນຄົງ ເຫຼົ່ານີ້ເອງ ໄດ້ສ້າງເປັນ ທ່ານເອກອັກຄະລັດຖະທູດ ວິງ ທີ່ມີຄວາມ ກ້າແກ່ນ ແລະ ເດັດຂາດ, ມີການປະກອບສ່ວນທີ່ສຳຄັນ ໃນການ ຊຸກຍູ້ ສາຍພົວພັນ ຫວຽດນາມ-ສ ອາເມລິກາ. 


ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ແລະ ທ່ານ ລັດຖະ ມົນຕີກະຊວງ ປ້ອງກັນປະເທດ ຄົນທີ 26 ຂອງ ສ ອາເມລິກາ James Mattis. ພາບ: ເອກະສານ

ເມື່ອຮັບໜ້າທີ່ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ໃນປີ 2014, ພຽງ ໜຶ່ງປີ ຫຼັງຈາກສອງປະເທດ ໄດ້ຍົກລະດັບ ສາຍພົວພັນ ຂຶ້ນເປັນ ຄູ່ຮ່ວມມືຮອບດ້ານຢ່າງເປັນທາງການ (ປີ 2013), ທ່ານ ເອກອັກຄະລັດຖະທູດ ວິງ ມີຄວາມກັງວົນ ແລະ ເປັນຫ່ວງຫຼາຍ. ເພິ່ນຮັບຮູ້ຢ່າງຈະແຈ້ງວ່າ ນີ້ແມ່ນ ໄລຍະທີ່ສຳຄັນ ແຕ່ກໍ່ ເຕັມໄປດ້ວຍ ສິ່ງທ້າທາຍ, ໂດຍມີບັນຫາຕ່າງໆ ທີ່ຕ້ອງ ໄດ້ຮັບການ ແກ້ໄຂ. ນັ້ນຄືການເຮັດແນວໃດ ເພື່ອຫັນກອບຄູ່ຮ່ວມ ມືຮອບດ້ານ ໃຫ້ເປັນຮູບປະທໍາ, ຕ້ອງສ້າງຄວາມປະທັບໃຈ ການຮ່ວມມື ທີ່ມີລັກສະນະ ເປັນສັນຍາລັກສູງ ໃນປີ 2015 ເມື່ອສອງປະເທດ ສະເຫຼີມສະຫຼອງ 20 ປີ ຫັນເປັນປົກກະຕິ ສາຍພົວພັນ ຫຼື ບັນຫາ ການຮ່ວມມື ດ້ານເສດຖະກິດ-ການຄ້າ ແລະ ຄວາມເປັນໄປໄດ້ ຂອງ ການປ່ຽນຖ່າຍ ລະຫວ່າງສອງລັດຖະບານ ຢູ່ ສ ອາເມລິກາ.

ຄວາມກັງວົນ ແລະ ຄວາມຫ່ວງໃຍທັງໝົດນັ້ນ ບໍ່ໄດ້ເຮັດໃຫ້ເພິ່ນ ທໍ້ຖອຍໃຈ, ແຕ່ກົງກັນຂ້າມ, ໄດ້ກາຍເປັນແຮງຈູງໃຈ ອັນແຮງກ້າ, ກະຕຸ້ນ ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ ທຸ້ມເທ ສຸດ ຄວາມສາມາດ, ຄວາມຮູ້, ປະສົບການ ແລະ ຄວາມສາມາດ ໃນການສ້າງສັນຂອງຕົນ ເພື່ອຫັນ ປ່ຽນສິ່ງທ້າທາຍ ໃຫ້ເປັນໂອກາດ. ໃນຕະຫຼອດອາຍຸການດຳລົງຕຳແໜ່ງຂອງຕົນ,  ທ່ານເອກອັກຄະລັດຖະທູດ ວິງ ໄດ້ສ້າງຄວາມປະທັບໃຈ ສຳຄັນ ຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາ ຢ່າງກ້າວກະໂດດຂັ້ນ ໃນການພົວພັນ ຫວຽດນາມ - ສ ອາເມລິກາ.

 

ຄວາມກັງວົນ ແລະ ຄວາມຫ່ວງໃຍທັງໝົດນັ້ນ ບໍ່ໄດ້ເຮັດໃຫ້ເພິ່ນ ທໍ້ຖອຍໃຈ, ແຕ່ກົງກັນຂ້າມ, ໄດ້ກາຍເປັນແຮງຈູງໃຈ ອັນແຮງກ້າ, ກະຕຸ້ນ ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ ທຸ້ມເທ ສຸດ ຄວາມສາມາດ, ຄວາມຮູ້, ປະສົບການ ແລະ ຄວາມສາມາດ ໃນການສ້າງສັນຂອງຕົນ ເພື່ອຫັນ ປ່ຽນສິ່ງທ້າທາຍ ໃຫ້ເປັນ ໂອກາດ. ເພິ່ນແມ່ນ “ນັກສະຖາປະນິກ” ຢູ່ເບື້ອງຫຼັງ ການຢ້ຽມຢາມ ຄັ້ງປະຫວັດສາດ ຂອງ ສະຫາຍເລຂາ ທິການໃຫຍ່ ຫງວຽນຝູ໋ຈ້ອງ ໄປຍັງ ສ ອາເມລິກາ (ເດືອນກໍລະກົດ 2015). ນີ້ແມ່ນ ຄັ້ງທຳອິດ ທີ່ເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ໄດ້ ຢ້ຽມຢາມ ສ ອາເມລິກາ ຢ່າງເປັນທາງການ. ທ່ານເອກອັກຄະລັດຖະທູດ ວິງ ຢືນຢັນວ່າ: “ການບັນລຸ ເນື້ອໃນ ກ່ຽວກັບການຢ້ຽມຢາມ ຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແມ່ນຫຼັກຖານພະຍານ ທີ່ຈະແຈ້ງທີ່ສຸດ, ສູງສຸດ ກ່ຽວກັບການເຄົາລົບລະບົບການເມືອງ ຂອງກັນ ແລະ ກັນ”. ໂດຍສະເພາະ, ຄວາມສາມາດ ແລະ ຄວາມ ຍືດຍຸ່ນ ໃນວຽກງານການທູດ ຂອງ ທ່ານເອກອັກຄະລັດຖະທູດ ວິງ ຍັງໄດ້ຮັບການຢືນຢັນ ເມື່ອ ເພິ່ນ ໄດ້ປະກອບສ່ວນ ຊຸກຍູ້ການ ຢ້ຽມຢາມ ຫວຽດນາມ ສອງຄັ້ງ ຂອງ ສອງປະທານາທິບໍດີ ອາເມລິກາ ຕິດຕໍ່ກັນ, ນັ້ນຄື ປະທານາທິ ບໍດີ Barack Obama (ເດືອນ ພຶດສະພາ 2016) ດ້ວຍຖະແຫຼງ ການລົບລ້າງ ການຂວໍ້າບາດອາວຸດ ລ້າງຜານ ຢ່າງສົມບູນ ສຳລັບ ຫວຽດນາມ ແລະ ປະທານາທິບໍດີ Donald Trump (ເດືອນ ພະຈິກ 2017).

 

ກ່ຽວກັບເສດຖະກິດ-ການຄ້າ, ເມື່ອທ່ານເອກອັກຄະລັດຖະທູດ ວິງ ຮັບໜ້າທີ່ໃນປີ 2014, ມູນຄ່າການຄ້າສອງຝ່າຍ ແມ່ນກວ່າ 36 ຕື້ ໂດລາສະຫະລັດ. ຈົນຮອດເວລາທີ່ເພິ່ນ ອອກຈາກຕໍາແໜ່ງ ໃນປີ 2018, ຕົວເລກນີ້ ໄດ້ເພີ່ມຂຶ້ນ ກວ່າ 65 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 40%. ສິ່ງນີ້ບໍ່ພຽງແຕ່ຢືນຢັນເຖິງ ທ່າແຮງການ ຮ່ວມມື ລະຫວ່າງສອງປະເທດ ເທົ່ານັ້ນ, ແຕ່ຍັງເປັນຫຼັກຖານ ສະແດງເຖິງຄວາມພະຍາຍາມ ຢ່າງບໍ່ຢຸດຢັ້ງ ຂອງເພິ່ນ ແລະ ຄະນະທູດ ຫວຽດນາມ ປະຈຳ ສ ອາເມລິກາ ໃນການເຊື່ອມໂຍງ, ສະເໜີ ແລະ ສະໜັບສະໜູນ ກິດຈະກຳການ ຮ່ວມມື ດ້ານເສດຖະກິດ, ການຄ້າ ລະຫວ່າງສອງຝ່າຍ, ໂດຍສະເພາະ ແມ່ນການປະສານງານ ແກ້ໄຂ ບັນຫາທີ່ເກີດຂຶ້ນ ໃນສະໄໝ ລັດຖະບານໃໝ່ ຂອງ ປະທານາທິບໍດີ Trump, ໃນນັ້ນມີບັນຫາ ກ່ຽວກັບການຂາດດຸນການຄ້າ.


 ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ ເຂົ້າຮ່ວມ ການແລກປ່ຽນ ບາງກິດຈະກຳ ຢູ່ ບັນດາສະຖາບັນຄົ້ນຄວ້າ ຢູ່ ສ ອາເມລິກາ. ພາບ: ເອກະສານ

 ເຖິງແມ່ນວ່າ ໃນສະພາບການເຮັດວຽກ ພາຍໃຕ້ ລັດຖະບານ ຂອງ ທ່ານ ປະທານາທິບໍດີ Trump-ເຊິ່ງເປັນໄລຍະ ທີ່ຖືກປະເມີນວ່າ ເຕັມໄປດ້ວຍ ຄວາມແຕກຕ່າງ ແລະ ບໍ່ສາມາດຄາດເດົາໄດ້ ໃນນະໂຍບາຍ, ດ້ວຍ ການເປັນເຈົ້າການ ສ້າງຕັ້ງ ແລະ ຮັກສາ ເຄືອຂ່າຍ ສາຍພົວພັນ ທີ່ເລິກເຊິ່ງ ກັບວົງການ ການເມືອງ, ນັກວິຊາການ ແລະ ນັກທຸລະກິດ, ທ່ານ ເອກອັກຄະລັດຖະທູດ ວິງ ຍັງຄົງຮັກສາ ແລະ ພັດທະນາສາຍພົວພັນ ກັບທັງສອງພັກ ຄື ປະຊາທິປະໄຕ ແລະ ສາທາລະນະລັດ ຢ່າງຄ່ອງແຄ້ວ.

ບໍ່ໄດ້ໃຫ້ບຸລິມະສິດ ພຽງແຕ່ຄໍາເວົ້າທີ່ສວຍງາມ ຫຼື ການສົນທະນາ ທີ່ຍືດຍາວ, ທ່ານເອກອັກຄະລັດຖະທູດ ວິງ ເຂົ້າເຖິງບັນຫາໂດຍກົງ ແລະ ເນັ້ນໜັກໃສ່ ການແລກປ່ຽນຂໍ້ມູນ ທີ່ເປັນປະໂຫຍດ ຢູ່ສະເໝີ ເພາະ ຕາມເພິ່ນແລ້ວ ນີ້ແມ່ນປັດໄຈ ທີ່ເປັນຫຼັກ ເພື່ອສ້າງຄຸນຄ່າ ໃນທຸກການພົວພັນ, ໂດຍສະເພາະແມ່ນໃນສະພາບແວດລ້ອມ ການທູດທີ່ “ໃຫ້ ແລະ ຮັບ”. ເພິ່ນມັກຈະນຳຕົນເອງ ເຂົ້າໄປຢູ່ໃນ ຕຳແໜ່ງ ຂອງ ຄູ່ຮ່ວມງານ ເພື່ອຊອກຫາ ຄວາມຕ້ອງການ ດ້ານ ຂໍ້ມູນຂອງເຂົາເຈົ້າ, ຈາກນັ້ນ ເປັນເຈົ້າຂອງ ແບ່ງປັນ ຫຼື ຕອບສະໜອງ ຄວາມຕ້ອງການ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງພື້ນຖານທີ່ໝັ້ນຄົງ ໃຫ້ແກ່ ສາຍພົວພັນ.


ໃນຫຼາຍຊ່ວງເວລາ, ທ່ານເອກອັກຄະລັດຖະທູດ ວິງໄດ້ “ທໍາລາຍ ຂໍ້ຈຳກັດ” ຂອງກົດລະບຽບ ການທູດ ແບບດັ້ງເດີມ ເພື່ອຊຸກຍູ້ ການພົວພັນ, ການຢ້ຽມຢາມ ຫຼື ເພື່ອຮັບປະກັນ ການໄຫຼວຽນ ຂອງຂໍ້ມູນບໍ່ໃຫ້ຕິດຂັດ. ເພິ່ນບໍ່ລັ່ງເລທີ່ຈະໃຊ້ ໂທລະສັບມືຖື ເພື່ອຕິດຕໍ່ ກັບຄູ່ຮ່ວມງານ, ຊໍ້າບໍ່ໜຳແມ່ນໃນຈຸດເວລາ “ກະທັນຫັນ” ຫຼື ຫຼັງທ່ຽງຄືນ ໃນກໍລະນີ ສຸກເສີນ. ຍິ່ງໄປກວ່ານັ້ນ, ເພິ່ນໄດ້ສ້າງ ຊ່ອງທາງການສື່ສານ ທີ່ບໍ່ເປັນທາງການ ແຕ່ມີ ປະສິດທິຜົນສູງຄື: ເຊີນຄູ່ຮ່ວມງານມາຢ້ຽມຢາມ ເຮືອນສ່ວນຕົວ (Vietnam House) ເພື່ອ “ສົນທະນາ” ແລະ ຮັບປະທານອາຫານ ຫວຽດນາມ ແບບງ່າຍໆ ຮ່ວມກັນ. ການພົບປະກັນເຫຼົ່ານັ້ນ ບໍ່ພຽງແຕ່ເປັນໂອກາດ ເພື່ອສ້າງ ຄວາມຜູກພັນສ່ວນຕົວເທົ່ານັ້ນ, ແຕ່ຍັງເປັນໂອກາດ ອັນລ້ຳຄ່າ ໃນການແລກປ່ຽນຂໍ້ມູນຫຼາຍມິຕິ ກັບ ບັນດາເຈົ້າໜ້າທີ່ ຈາກກະຊວງ ຕ່າງໆ ຂອງ ສ ອາເມລິກາ ພ້ອມກັນ ໃນເວລາດຽວກັນ, ເຊິ່ງໃນບັນດາການພົບປະກັນ ຢ່າງເປັນທາງການ ຍາກທີ່ຈະເຮັດໄດ້ ຢ່າງວ່ອງໄວ.

ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ພົບປະກັບ ໝູ່ເພື່ອນ ຊາວ ອາເມລິກາ ແລະ ຊາວ ຫວຽດນາມ ທ່ີອາໄສຢູ່ຕ່າງປະເທດ ໃນໂອກາດ ບຸນປີໃໝ່ ແລະ ວັນຊາດ ຫວຽດນາມ. ພາບ: ເອກະສານ

ເນື່ອງຈາກມີແບບແຜນການດຳລົງຊີວິດ ທີ່ກົງໄປກົງມາ, ເນັ້ນ ດ້ານຂໍ້ມູນ ແລະ ຄວາມສາມາດ ໃນການສ້າງສາຍພົວພັນ ສ່ວນບຸກຄົນນີ້ເອງ ໄດ້ຊ່ວຍໃຫ້ ທ່ານເອກອັກຄະລັດຖະທູດ ວິງ ສ້າງຄວາມໄວ້ເນື້ອເຊື່ອໃຈ, ຈາກນັ້ນກໍ່ຊຸກຍູ້ ກິດຈະກຳທາງການ ທູດ ໃຫ້ປະສົບຜົນສຳເລັດ ແລະ ສ້າງຄວາມປະທັບໃຈ ສຳຄັນ ຫຼາຍຢ່າງ ໃນໄລຍະການດຳລົງ ຕຳແໜ່ງ ຢູ່ ສ ອາເມລິກາ. ຄວາມປະທັບໃຈ ທີ່ເພິ່ນໄດ້ປະໄວ້ ບໍ່ພຽງແຕ່ ແມ່ນຕົວເລກ ມູນຄ່າການຄ້າ ຫຼື ການຢ້ຽມຢາມລະດັບສູງ ທາງປະຫວັດສາດ ເທົ່ານັ້ນ, ແຕ່ຍັງແມ່ນສິລະປະ ຫັນປ່ຽນຄວາມແຕກຕ່າງ ໃຫ້ກາຍ ເປັນຈຸດລວມ, ສິ່ງທ້າທາຍໃຫ້ກາຍເປັນໂອກາດ, ເປີດສັງກາດໃໝ່ ໃຫ້ແກ່ສາຍພົວພັນສອງຝ່າຍ ຫວຽດນາມ-ສ ອາເມລິກາ.

ບົດ: ດັ້ງຮວ່ຽນ - ພາບ: ກົງດາດ ແລະ ເອກະສານໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ

 

 


Top