• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜ້າຫຼັກ/ຂ່າວເດັ່ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມ​ມິງ​ຈິງຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ແຂວງທ໊າຍງວຽນ

ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ແຂວງທ໊າຍງວຽນ, ທ່ານນາຍົກລັດຖະມົນຕີຫວຽດນາມຟ້າມມິງຈິງໄດ້ລົງໄປສຳຫຼວດກວດກາ, ເຮັດວຽກແລະປຶກສາຫາລືວິທີການແກ້ໄຂຂໍ້ຕິດຂັດຢູ່ໂຄງການເປີດກວ້າງການຜະລິດໄລຍະທີ 2 ໂຮງງານເຫຼັກກ້າທ໊າຍງວຽນ.
  ທ່ານນາຍົກລັດຖະມົນຕີຟ້າມມິງຈິງຖະຫວາຍທູບທຽນ, ດອກໄມ້ອະໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ (ພາບ: ເຢືອງຢາງ/TTXVN)  

ໂຄງການເປີດກວ້າງໄລຍະ 2 ໂຮງງານ ເຫຼັກກ້າທ໊າຍງວຽນໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2007, ດ້ວຍຍອດເງິນລົງທຶນເບື້ອງຕົ້ນຂຶ້ນເຖິງ 3800 ຕື້ດົ່ງ, ແຕ່ມາຮອດປັດຈຸບັນຍັງບໍ່ທັນສຳເລັດ. ພາຍຫຼັງ ສຳຫຼວດກວດກາ, ທ່ານນາຍົກລັດຖະມົນຕີໄດ້ເປັນປະທານການເຮັດວຽກກັບບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ວິສາຫະກິດເພື່ອຮັບຟັງບົດລາຍງານ, ຄຳເຫັນ, ຂໍ້ສະເໜີແນະຂອງບັນດາຝ່າຍທີ່ກ່ຽວຂ້ອງ.

ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າໜ້າທີ່ສຳຄັນທີ່ສຸດແມ່ນຮີບເຮັງຊອກຫາວິທີການແກ້ໄຂທີ່ມີຄວາມເປັນໄປໄດ້ທີ່ສຸດໃຫ້ແກ່ໂຄງການເພື່ອລາຍງານຕໍ່ທຸກຂັ້ນທີ່ມີສິດອຳນາດ, ພິຈາລະນາ, ຕັດສິນ, ຫຼັງຈາກນັ້ນຈະພິຈາລະນາ, ປຶກສາຫາລື, ໄຈ້ແຍກຢ່າງລະອຽດບົນພື້ນຖານຕິວຈິງ, ວິທະຍາສາດ, ຮັບປະກັນມີຄວາມປະຢັດທີ່ສຸດ, ມີປະສິດທິຜົນດ້ານເສດຖະກິດສູງທີ່ສຸດໃຫ້ແກ່ລັດແລະວິສາຫະກິດ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງແລະຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນ, ດອກໄມ້ອະໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດຊາວໜຸ່ມຕະລຸນບອນເສຍສະຫຼະຊີວິດເພື່ອຊາດ 60 ຄົນສັງກັດກອງຮ້ອຍ 915, ກອງກຳລັງ 91 ບັກທ້າຍ, ເມືອງຢາຊ່າງ, ນະຄອນທ໊າຍງວຽນ.

(ແຫຼ່ງຄັດຈາກ VOV )

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top