• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍກຳລັງຄວາມສາມາດໃຫ້ ຜູ້ອອກແຮງງານ ເພື່ອປັບຕົວໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງ ສະໄໝອຸດສາຫະກຳ 4.0

      ຕາມທ່ານນາງ ເຈິ່ນທິລານແອັງ, ຮອງເລຂານຸການໃຫຍ່ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຫົວໜ້າຫ້ອງການວົງການຜູ້ນຳໃຊ້ແຮງງານ ແລ້ວ, ດ້ວຍ 95% ຈຳນວນວິສາຫະກິດ ຂະໜາດກາງ ແລະ ນ້ອຍ, ເລື່ອງຕອບສະໜອງຄວາມຮຽກຮ້ອງຕ້ອງການ 4.0 ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ. 
ກອງປະຊຸມສຳມະນາທາງໄກ “ຮັດແຄບໄລຍະຫ່າງໃນການຊຸກຍູ້ສິດອຳນາດຂອງຜູ້ອອກແຮງງານ”  (ພາບ: ຄະນະຈັດຕັ້ງ)
      ທີ່ກອງປະຊຸມສຳມະນາທາງໄກ “ຮັດແຄບໄລຍະຫ່າງໃນການຊຸກຍູ້ສິດອຳນາດຂອງຜູ້ອອກແຮງງານ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຂຶ້ນໃນວັນທີ 30 ກັນຍາ, ມີຜູ້ແທນຫຼາຍຄົນຖືວ່າ, ບັນດາວິສາຫະກິດ ຕ້ອງເພີ່ມທະວີການເຄື່ອນໄຫວໜູນຊ່ວຍກຳລັງຄວາມສາມາດໃຫ້ຜູ້ອອກແຮງງານເພື່ອກະກຽມການປັບຕົວໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງ ສະໄໝອຸດສາຫະກຳ 4.0.
            ຕາມທ່ານນາງ ເຈິ່ນທິລານແອັງ, ຮອງເລຂານຸການໃຫຍ່ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຫົວໜ້າຫ້ອງການວົງການຜູ້ນຳໃຊ້ແຮງງານ ແລ້ວ, ດ້ວຍ 95% ຈຳນວນວິສາຫະກິດ ຂະໜາດກາງ ແລະ ນ້ອຍ, ເລື່ອງຕອບສະໜອງຄວາມຮຽກຮ້ອງຕ້ອງການ 4.0 ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ, ເປັນຕົ້ນແມ່ນໃນສະພາບທີ່ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ມີວິສາຫະກິດຫຼາຍແຫ່ງຕ້ອງຮັດແຄບການຜະລິດ, ມີວິສາຫະກິດຫຼາຍໝື່ນແຫ່ງ ຕ້ອງລົ້ມລະລາຍ. ທ່ານນາງ ຫງວຽນຮົ່ງຮ່າ, ຜູ້ອຳນວຍການໂຄງການ Better work ຫວຽດນາມໃຫ້ຮູ້ວ່າ:
       ໃນຄວາມມານະພະຍາຍາມປັບຕົວໃຫ້ແທດເໝາະເພື່ອຄວາມຄົງຕົວ ແລະພັດທະນາ, ບັນດາວິສາຫະກິດ ຕ້ອງສ້າງກຳລັງຄວາມສາມາດໃນການແກ້ງແຍ້ງຂອງຕົນ ບົນພື້ນຖານແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີພູມປັນຍາ ບໍ່ພຽງແຕ່ແມ່ນແຫຼ່ງແຮງງານທີ່ມີລາຍຮັບຕ່ຳ ແລະ ມີຄຸນນະພາບອ່ອນດ້ວຍ. ສະພາບການຕົວຈິງ ຢູ່ ວິສາຫະກິດທີ່ເຂົ້າຮ່ວມໂຄງການ Better work ສະແດງໃຫ້ເຫັນວ່າ, ວິສາຫະກິດມີຄວາມເອົາໃຈໃສ່ ຕໍ່ການລົງທຶນພັດທະນາແຫຼ່ງຊັບພະຍາກອນມະນຸດ, ປະກອບຄວາມຮູ້ເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈ, ຕິດພັນກັບວິສາຫະກິດຢ່າງຍາວນານ ແລະ ມີການປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ວິສາຫະກິດ.
(ແຫຼ່ງຄັດຈາກ VOV)

 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top