• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງສືພິມຍີ່ປຸ່ນ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການຫັນທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ ແລະ ຮ່ວມມື

ຫວຽດນາມ ພວມໄດ້ຮັບການຕີລາຄາແມ່ນປະເທດຕັ້ງໜ້າທີ່ສຸດ, ຂົນຂວາຍເພື່ອຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.
  (ບົດຂຽນດ້ວຍຫົວຂໍ້ “ບົດບາດຂອງ ຫວຽດນາມ ໃນການຫັນທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ ແລະ ຮ່ວມມື”)  

 ເວັບໄຊ Data-Max ຂອງ ຍີ່ປຸ່ນ ຫາກໍ່ລົງບົດຂຽນດ້ວຍຫົວຂໍ້ “ບົດບາດຂອງ ຫວຽດນາມ ໃນການຫັນທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ ແລະ ຮ່ວມມື” ໃນນັ້ນໃຫ້ຂໍ້ສັງເກດວ່າ, ຫວຽດນາມ ພວມໄດ້ຮັບການຕີລາຄາແມ່ນປະເທດຕັ້ງໜ້າທີ່ສຸດ, ຂົນຂວາຍເພື່ອຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ຫຼາຍປະເທດ ອາຊຽນ ມີຄວາມເຫັນດີເຫັນພ້ອມຕໍ່ກັບທັດນະນະຂອງ ຫວຽດນາມ ກ່ຽວກັບທະເລຕາເວັນອອກ ຕ້ອງແມ່ນເຂດທະເລຂອງການຮ່ວມມື ແລະ ເຊື່ອມຕໍ່, ຫາກບໍ່ແມ່ນເຂດທະຂອງການປະເຊີນໜ້າ ຫຼື ປະທະກັນ.

ບົດຂຽນກໍ່ໃຫ້ຮູ້ວ່າ: ບັນດາປະເທດຄື ອາເມລິກາ, ຍີ່ປຸ່ນ ກໍ່ຢືນຢັນຄວນຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ເຂດນີ້. ທີ່ກອງປະຊຸມແບບທາງໄກ ອາເມລິກາ - ອາຊຽນ ເຊິ່ງດຳເນີນໃນເດືອນ ພຶດສະພາ 2021, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ Atul Keshap ເນັ້ນໜັກວ່າ ອຳນາດການປົກຄອງປະທານາທິບໍດີ Joe Biden ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ, ຢືນຢັນວ່າ ຈະສົມທົບກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນໃຫ້ແກ່ການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ.

ຜູ້ຂຽນໄດ້ຢັ້ງຢືນວ່າ: ເລື່ອງຮັກສາທະເລຕາເວັນອອກ ໃຫ້ມີສັນຕິພາບ, ສະຖຽນລະພາບມີຄວາມໝາຍໃຫຍ່ຫຼວງ, ແມ່ນຜົນປະໂຫຍດຂອງທຸກປະເທດ, ບໍ່ພຽງແຕ່ແມ່ນບັນດາປະເທດຢູ່ເຂດແຄມທະເລ, ບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງໃຫ້ທັງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ໂລກ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top