• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ປະຕິບັດການຄວບຄຸມເຂດຊາຍແດນ ກັບ ກຳປູເຈຍ ຢ່າງເຄັ່ງຄັດ

ລັດຖະບານ ໄທຈະຜັນຂະຫຍາຍບັນດາມາດຕະການຫຼັກແຫຼ່ງລວມມີການຄຸ້ມຄອງຢູ່ 7 ແຂວງຊາຍແດນຕິດກັບ ກຳປູເຈຍຢ່າງເຄັ່ງຂັດ, ຈຳກັດເວລາເຮັດວຽກ ແລະ ຫ້າມແຂກທ່ອງທ່ຽວມາບັນດາ ກາສີໂນຢູ່ເຂດຊາຍແດນ ຫຼື ໄປຍັງ Siem Reap (ກຳປູເຈຍ) ເພື່ອຫຼິ້ນການພະນັນ.
ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ (ພາບ: REUTERS)

ຕອນຄ່ຳວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ ໄດ້ປະກາດຜັນຂະຫຍາຍບັນດາມາດຕະການແຂງກະດ້າງ ເພື່ອແນໃສ່ປາບປາມເຄືອຂ່າຍຕົວະຕົ້ມຫຼອກລວງຂ້າມຊາຍແດນ ທີ່ມີການເຄື່ອນໄຫວຈາກກຳປູເຈຍ ລວມມີທັງການກວດກາເຂດຊາຍແດນລະຫວ່າງສອງປະເທດຢ່າງເຄັ່ງຂັດ. ລະອຽດແມ່ນ, ລັດຖະບານ ໄທຈະຜັນຂະຫຍາຍບັນດາມາດຕະການຫຼັກແຫຼ່ງລວມມີການຄຸ້ມຄອງຢູ່ 7 ແຂວງຊາຍແດນຕິດກັບ ກຳປູເຈຍຢ່າງເຄັ່ງຂັດ, ຈຳກັດເວລາເຮັດວຽກ ແລະ ຫ້າມແຂກທ່ອງທ່ຽວມາບັນດາ ກາສີໂນຢູ່ເຂດຊາຍແດນ ຫຼື ໄປຍັງ Siem Reap (ກຳປູເຈຍ) ເພື່ອຫຼິ້ນການພະນັນ. ບັນດາອົງການຂອງໄທ ກໍ່ຈະສຳຫຼວດກວດກາ ແລະ ຕັດການເຊື່ອມຕໍ່ ອິນເຕີເນັດ, ສາຍກາບໃຕ້ດິນທີ່ກ່ຽວຂ້ອງບັນດາເຄືອຂ່າຍຫຼອກລວງຢູ່ ກຳປູເຈຍ. ພ້ອມກັນນັ້ນ, ລັດຖະບານ ໄທກໍ່ໄດ້ເພີ່ມທະວີການໜູນຊ່ວຍຊາວກະສິກອນ ແລະ ວິສາຫະກິດທ້ອງຖິ່ນທີ່ຖືກຜົນກະທົບຜ່ານໂຄງການເກັບຊື້ ແລະ ກະຕຸກຊຸກຍູ້ການຊື້ຂາຍພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top