• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຫັນບັນດາແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດເອກະຊົນເປັນລະອຽດ ແລະ ເປັນລະບອບລະບຽບການ

ສືບຕໍ່ຫັນບັນດາແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດພາກເອກະຊົນເປັນລະບອບລະບຽບການ ຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ 14, ມະຕິເລກທີ 68 ແລະ ບັນດາມະຕິຍຸດທະສາດອື່ນຂອງສູນກາງ.
  (ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນທີ່ກອງປະຊຸມ)  

ຕອນບ່າຍວັນທີ 11 ມີນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ ແລະ ກົດໝາຍໃຫ້ສົມບູນແບບ, ເປັນປະທານກອງປະຊຸມໄຕມາດທີ 1 ຂອງຄະນະປະຈຳຄະນະຊີ້ນຳ. ເຂົ້າຮ່ວມຍັງມີ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ ໃນວິວັດການສ້າງຮ່າງໂຄງການກຳນົດທິດນິຕິບັນຍັດ ສະພາແຫ່ງຊາດ ອາຍຸການຊຸດທີ 16 ໃຫ້ສົມບູນ ຕ້ອງເອົາໃຈໃສ່ການຫັນບັນດາເນື້ອໃນແກ່ນສານ, ສຳຄັນຂອງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກເປັນລະບອບລະບຽບການໃນປີນີ້.

ສຳລັບບົດລາຍງານຫົວເລື່ອງສະເພາະກ່ຽວກັບກົນໄກ, ນະໂຍບາຍ, ມາດຕະການແກ້ໄຂໃຫຍ່ເພື່ອຫັນບັນດາແຜນນະໂຍບາຍ, ການກຳນົດທິດຂອງພັກກ່ຽວກັບການພັດທະນາເສດຖະກິດພາກເອກະຊົນເປັນລະບອບລະບຽບການ. ທ່ານເລຂາທິການໃຫຍ່ສະເໜີວ່າ:

“ສືບຕໍ່ຫັນບັນດາແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດພາກເອກະຊົນເປັນລະບອບລະບຽບການ ຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ 14, ມະຕິເລກທີ 68 ແລະ ບັນດາມະຕິຍຸດທະສາດອື່ນຂອງສູນກາງ. ສ້າງບັນດາກົນໄກ, ນະໂຍບາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ມີຄວາມສະດວກ, ຫຼຸດຜ່ອນລາຍຈ່າຍ, ເຄົາລົບກົດໝາຍ; ຮັບປະກັບບັນດາແຫຼ່ງກຳລັງກ່ຽວກັບທີ່ດິນ, ທຶນ, ວິທະຍາສາດ - ເຕັກໂນໂລຊີ… ເພື່ອຊຸກຍູ້ເສດຖະກິດພາກເອກະຊົນໃຫ້ພັດທະນາຢ່າງແຮງກວ່າ”.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຝ່າຍ​ຊື້​ນ້ຳ​ມັນ​ຈາກ ອີ​ຣານ

ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຝ່າຍ​ຊື້​ນ້ຳ​ມັນ​ຈາກ ອີ​ຣານ

ວັນ​ທີ 15 ເມ​ສາ, ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ໄດ້​ກ່າວ​ເຕືອນ​ຈະ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ບັນ​ດາ​ປະ​ເທດ​ທີ່​ສືບ​ຕໍ່​ຊື້​ນ້ຳ​ມັນ​ຈາກ ອີ​ຣານ, ໃນ​ສະ​ພາບ​ການ ວໍ​ຊິງ​ຕັນ ຜັນ​ຂະ​ຫຍາຍ​ການ​ປິດ​ລ້ອມ​ການ​ເດີນ​ເຮືອ​ເລັ່ງ​ໃສ່ ເຕ​ເຮ​ຣານ.

Top