ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.
(ໜັງສືພິມປະຊາຊົນລາຍວັນ, ອົງການກະບອກສຽງຂອງສູນກາງພັກກອມມູນິດ ຈີນ, ສະບັບອອກວັນທີ 16 ເມສາ )
ຂ່າວສານກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເອົາລົງໃນສື່ມວນຊົນຂອງ ຈີນ ເປັນຈຳນວນຫຼາຍ ໃນ 2 ມື້ຜ່ານມາ, ໃນນັ້ນໄດ້ຢືນຢັນວ່າ ການພົບປະ “ລະດູບານໃໝ່” ລະຫວ່າງການນຳ 2 ພັກ, 2 ລັດ ຈະເຮັດໃຫ້ການພົວພັນຍຸດທະສາດ 2 ຝ່າຍເລິກເຊິ່ງຂຶ້ນຕື່ມ.
ໜັງສືພິມປະຊາຊົນລາຍວັນ, ອົງການກະບອກສຽງຂອງສູນກາງພັກກອມມູນິດ ຈີນ, ສະບັບອອກວັນທີ 16 ເມສາ ໄດ້ສະຫງວນໜ້າທີ 1, ທີ 2, ທີ 3 ເກືອບທັງໝົດເພື່ອລົງຂ່າວ ບັນດາການໂອ້ລົມທົນທະນາ, ພົບປະເຈລະຈາຂອງການນຳ 2 ປະເທດ, ພ້ອມກັບບັນດາການນຳພັກ ແລະ ລັດຂອງ ຈີນ ອື່ນ.
ໃນລາຍການສະຖານະການການເມືອງຕອນເຊົ້າວັນທີ 16 ເມສາ, ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.
ໃນຂະນະນນັ້ນ, ສື່ມວນຊົນ ສ.ເກົາຫຼີ ກໍ່ສະຫງວນຄວາມສົນໃຈເປັນພິເສດໃຫ້ແກ່ເຫດການການທູດທີ່ໄດ້ຮັບການຕີລາຄາວ່າມີຂອບຂະໜາດສາກົນນີ້.
(ແຫຼ່ງຄັດຈາກ VOV)