ຕອນເຊົ້າວັນທີ 16 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ.
(ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ການໂອ້ລົມທາງໂທລະສັບ)
ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນວ່າ ຫວຽດນາມ ຈະປະກາດໃຊ້ນະໂຍບາຍໃໝ່ ເພື່ອດຶງດູດນັກລົງທຶນຕ່າງປະເທດທີ່ລົງທຶນເຂົ້າ ຫວຽດນາມ ໃຫ້ຫຼາຍກວ່າ, ໃນນັ້ນມີບັນດານັກລົງທຶນ ສິງກະໂປ; ທ່ານສະເໜີໃຫ້ ສິງກະໂປ ໜູນຊ່ວຍ ຫວຽດນາມ ກໍ່ສ້າງບັນດາສູນການເງິນສາກົນ; ເປີດກວ້າງ ແລະ ຍົກລະດັບບັນດາເຄືອຂ່າຍເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ລຸ້ນໃໝ່ ຕິດພັນກັບການຖ່າຍທອດເຕັກໂນໂລຊີສູງ.
ສ່ວນທ່ານນາຍົກລັດຖະມົນຕີ Lawrence Wong ສະແດງຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ບັນດາການຕີລາຄາ ແລະ ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ, ຢືນຢັນວ່າ ສິງກະໂປ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ພ້ອມແລ້ວຈະຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ເປັນເອກະພາບແລ້ວ.
ນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ; ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ໃນນັ້ນມີກົນໄກແລກປ່ຽນປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ທ່ານ; ຜັນຂະຫຍາຍກົນໄກເຈລະຈາຍຸດທະສາດລະຫວ່າງ 2 ພັກກຳອຳນາດ ປີ 2026 ໂດຍໄວ; ຮ່ວມມືກັນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ…
(ແຫຼ່ງຄັດຈາກ VOV)