ໃນສະພາບການອື່ນ, ໃນການປ່ອນບັດເມື່ອຕອນບ່າຍວັນທີ 15 ເມສາ, ສະພາສູງ ອາເມລິກາ ບໍ່ຮັບຮອງເອົາມະຕິວ່າດ້ວຍສິດສັງຄາມ ແນໃສ່ບັງຄັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢຸດຕິບັນດາການເຄື່ອນໄຫວດ້ານການທະຫານຕ້ານຄືນ ອີຣານ ຖ້າຍັງບໍ່ທັນໄດ້ຮັບການອະນຸຍາດຈາກສະພາແຫ່ງຊາດ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: REUTERS)
ນັບແຕ່ເມື່ອການປະທະກັນກັບ ອີຣານ ເລີ່ມເກີດຂຶ້ນນັ້ນ, ນີ້ແມ່ນຄັ້ງທີ 4 ທີ່ສະພາສູງປະຕິເສດບັນດາມະຕິທີ່ມີເນື້ອໃນຄ້າຍຄືກັນແບບນີ້ແລ້ວ.
ໝາກຜົນຂອງການປ່ອນບັດຂາວມີ 52 ບັດ ແລະ ບັດສະໜັບສະໜູນມີ 47 ບັດ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການແບ່ງແຍກຕາມແນວທາງພັກຝ່າຍຢ່າງຈະແຈ້ງ. ສະມາຊິກລັດຖະສະພາຂອງພັກສາທາລະນະສ່ວນຫຼາຍໄດ້ຄັດຄ້ານມະຕິສະບັບດັ່ງກ່າວ, ໃນຂະນະທີ່ສ່ວນຫຼາຍສະມາຊິກລັດຖະສະພາພັກປະຊາທິປະໄຕໄດ້ປ່ອນບັດສະໜັບສະໜູນ. ມີບາງກໍລະນີໄດ້ປ່ອນບັດແຕກຕ່າງກັນດ້ວຍຫຼັກໝັ້ນທາງພັກຝ່າຍ.
ຕາມລັດຖະທຳມະນູນ ອາເມລິກາ, ສິດປະກາດສົງຄາມໄດ້ແກ່ສະພາແຫ່ງຊາດ, ໃນຂະນະທີ່ກົດໝາຍວ່າດ້ວຍສິດສົງຄາມ ພັດອະນຸຍາດໃຫ້ອົງການນິຕິບັນຍັດຮຽກຮ້ອງຢຸດຕິບັນດາການເຄື່ອນໄຫວການທະຫານທີ່ບໍ່ໄດ້ຮັບການໃຫ້ສັດຕະຍາບັນໃນຮອບເວລາ 60 – 90 ວັນ.
(ແຫຼ່ງຄັດຈາກ VOV)