• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດ​ພູ​ດອຍ, ທະເລ​ໝູ່​ເກາະ ກວາງ​ນິງ ມຸ່ງ​ໄປ​ເຖິງວັນ​ບຸນ​ເລືອກ​ຕັ້ງ

ຜູ້ມີສິດເລືອກຕັ້ງຢູ່ບັນດາເຂດພູດອຍ, ທະເລໝູ່ເກາະຂອງແຂວງ ກວາງນິງ ພວມດຳລົງຊີວິດໃນຊຸມວັນທີ່ເຕັມໄປດ້ວຍບັນຍາກາດມຸ່ງໄປເຖິງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ສະໄໝ 2026 – 2031.
  ຜູ້ຕາງໜ້າຄະນະກຳມະການເລືອກຕັ້ງເຂດພິເສດ ໂກໂຕ ໂຄສະນາກ່ຽວກັບການເລືອກຕັ້ງໃຫ້ແກ່ຊາວປະມົງ (ພາບ: VOV)  

ຢູ່ເກາະ ໂກໂຕເລິນ, ວຽກງານປະດັບປະດາ, ໂຄສະນາໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນຍິ່ງເຮັດໃຫ້ບັນຍາກາດມີຄວາມຄຶກຄື້ນກວ່າ. ນອກຈາກບັນດາປ້າຍໂຄສະນາ, ແຜ່ນຄຳຂວັນໄດ້ປະດັບປະດາຢູ່ຖະໜົນສາຍຕ່າງໆແລ້ວ, ຍັງມີລົດໄຟຟ້າປະຕິບັດການໂຄສະນາເຄື່ອນທີ່ລຽບຕາມກຸ້ມຊຸມຊົນ, ທ່າກ່ຳປັ່ນແຫ່ງຕ່າງໆອີກດ້ວຍ…

        ອ້າຍ ດັ້ງວັນໂຮ້ຍ, ປະຊາຊົນບ້ານເກາະ ເຈິ່ນ, ແຂວງ ກວາງນິງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຮູ້ວ່າ ວັນທີ 15 ມີນາແມ່ນວັນເລືອກຕັ້ງຕາມທຳມະດາແລ້ວ, ຂ້າພະເຈົ້າຈະໄປຈັບຫາປາແຕ່ 6 ໂມງເຊົ້າ ແຕ່ມື້ນັ້ນ, ຂ້າພະເຈົ້າຈະສັບຊ້ອນເວລາໄປປ່ອນບັດເລືອກຕັ້ງເພື່ອປະຕິບັດສິດທິພົນລະເມືອງຂອງຕົນ.”

 

  ຕາແສງ ບິ່ງລຽວ ສືບຕໍ່ສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ  

ສ່ວນຢູ່ບັນດາເຂດພູສູງແຂວງ ກວາງນິງ, ແຂວງ ກວາງນິງ, ບັນຍາກາດວັນບຸນຂອງທົ່ວປະເທດກໍໄດ້ຮັບການແຜ່ກະຈາຍໄປທົ່ວທຸກໝູ່ບ້ານ. ລຸງ ຫຼີວັນເທື່ອງ, ຫົວໜ້າບ້ານ ບິ່ງອານ, ຕາແສງ ບິ່ງລຽວ, ໃຫ້ຮູ້ວ່າ:

        “ວຽກງານກະກຽມ, ນັບແຕ່ການຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ກົດລະບຽບ, ບັດຜູ້ມີສິດເລືອກຕັ້ງ, ພວກຂ້າພະເຈົ້າໄດ້ກະກຽມຮຽບຮ້ອຍແລ້ວ, ປັດຈຸບັນ ພວມຢູ່ໃນໄລຍະກວດກາຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງເພື່ອຮັບປະກັນໃຫ້ການເລືອກຕັ້ງບັນລຸໝາກຜົນດີທີ່ສຸດ. ບັນດາວຽກງານກະກຽມກ່ຽວກັບການປະດັບປະດາ, ໂຄສະນາ, ພວກຂ້າພະເຈົ້າກໍປະຕິບັດສຳເລັດແລ້ວ. ປະຊາຊົນມີຄວາມຫ້າວຫັນກະກຽມໃຫ້ແກ່ການເລືອກຕັ້ງ, ທຸກຄົນລ້ວນແຕ່ກຽມພ້ອມປະຕິບັດພັນທະ, ສິດທິພົນລະເມືອງຂອງຕົນໃຫ້ເປັນຢ່າງດີ.”

(ແຫຼ່ງຄັດຈາກ VOV)

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top