• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ FAO ເພີ່ມ​ທະ​ວີ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ກະ​ສິ​ກຳ​ແບບ​ຍືນ​ຍົງ

ທ່ານ Qu Dongyu ຜູ້​ອຳ​ນວຍ​ການ​ອົງ​ການ​​ອາ​ຫານ ແລະ ການ​ກະ​ເສດ ສ​ປ​ຊ (FAO) ຢັ້ງ​ຢືນ ຍາມ​ໃດ​ກໍ່​ຖື​ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່ຫັນ​ປ່ຽນ​ລະ​ບ​ົບ​ທັນ​ຍາ​ຫານ, ອາ​ຫານ​ແບບ​ຍືນ​ຍົງ, ກະ​ສິ​ກຳ​ສີ​ຂຽວ ແລະ ຮັບ​ມື​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.
  ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດມອບປຶ້ມ 80 ປີແຫ່ງວັນສະພາແຫ່ງຊາດ ຫວຽດນາມ ໃຫ້ແກ່ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ FAO ( ພາບ: TTXVN)  

ຕອນ​ເຊົ້າ​ວັນ​ທີ 14 ເມ​ສາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ ໂຣມ, ປ​ະ​ເທດ​ອີ​ຕາ​ລີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ພົບ​ປ​ະ​ກັບ​ທ່ານ Qu Dongyu ຜູ້​ອຳ​ນວຍ​ການ​ອົງ​ການ​​ອາ​ຫານ ແລະ ການ​ກະ​ເສດ ສ​ປ​ຊ (FAO) ເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ສ.ອີ​ຕີ​ລີ​ຢ່າງ​ເປັນ​ທາງ​ການ. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັ​ງ​ເໝິນ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຊຸກ​ຍູ້​ຮູບ​ແບບ​ກະ​ສິ​ກຳ​ແບບ​ຍືນ​ຍົງ, ຫັນ​ປ່ຽນ​ລະ​ບົບ​ທັນ​ຍະ​ຫານ, ອາ​ຫານ… ແລະ ສະ​ເໜີ FAO ປະ​ສານ​ສົມ​ທົບ​, ໜູນ​ຊ່ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ. ກ່ຽວ​ກັບ​ທິດ​ທາງ​​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ FAO ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ການ​ສ້າງຂະ​ແໜງກ​ະ​ສິ​ກຳ​ຄືນ​ໃໝ່​ຕາມທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ສີ​ຂຽວ, ຍືນ​ຍົງ, ອັດ​ສະ​ລິ​ຍະ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຫັນ​ປ່ຽນ​ລະ​ບົບ​ອາ​ຫານ​ການ​ກິນ, ຄວບ​ຄຸມ​ໂລກ​ລະ​ບາດ​ພິ​ເສດ​ຈາກ​ສັດ​ຕິດ​ສູ່​ຄົນ, ແລະຍູ້​ແຮງ​ການ​ຫັນ​ ກະ​ສິ​ກຳເປັນ​ດີ​ຈີ​ຕອນ​​. ສ່ວນ​ທ່ານ Qu Dongyu ຢັ້ງ​ຢືນ ຍາມ​ໃດ​ກໍ່​ຖື​ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່ຫັນ​ປ່ຽນ​ລະ​ບ​ົບ​ທັນ​ຍາ​ຫານ, ອາ​ຫານ​ແບບ​ຍືນ​ຍົງ, ກະ​ສິ​ກຳ​ສີ​ຂຽວ ແລະ ຮັບ​ມື​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່​ນ​ແທັງ​ເໝິນ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ Chiara Gribaudo ປະ​ທານ​ກຸ່ມ​ສະ​ມາ​ຊິ​ກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ອ​ີ​ຕາ​ລີ - ຫ​ວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ຂອງ​ປະ​ເທດ ສ​ປ​ປ.ລາວ ແລະ ບຸນປີ​ໃໝ່ Chol Chhnam Thmey ຂອງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ບັນ​ດາ​ການ​ນຳ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ.

Top