ຮຸ່ງເຊົ້າວັນທີ 14 ເມສາ, ທ່ານ Robert Fico ນາຍົກລັດຖະມົນຕີ ສ. ສະໂລວາກີ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 12 – 14 ເມສາ 2026, ຕາມຄຳເຊື້ອເຊີນຂອງທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ກ່າວຄໍາເຫັນທີ່ການພົບປະກັບນັກຂ່າວສອງປະເທດ ໃນຕອນເຊົ້າວັນທີ 13 ເມສາ (ພາບ: VGP)
ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ນອກຈາກບັນດາການເຄື່ອນໄຫວພົບປະສອງຝ່າຍ, ການສົນທະນາກັບການນຳຂັ້ນສູງພັກ, ລັດ ຫວຽດນາມ ແລ້ວ, ທ່ານນາຍົກລັດຖະມົນຕີ Robert Fico ຍັງໄດ້ເຂົ້າສຸສານວາງພວງມາລາອາໄລຫາປະທານ ໂຮ່ຈີມິນ ແລະ ວາງພວງມາລາຢູ່ອະນຸສາວະລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຖະໜົນ ບັກເຊີນ (ຮ່າໂນ້ຍ).
ໃນການພົບປະຄັ້ງຕ່າງໆ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້, ພິເສດແມ່ນໃນບັນດາຂົງເຂດທີ່ມີລັກສະນະບຸກທະລຸ, ເຊັ່ນ: ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກນິກ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ອຸດສາຫະກຳ, ພະລັງງານທົດແທນ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຢີສູງ ແລະ ປັນຍາປະດິດ (AI). ສອງຝ່າຍກໍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ, ເຄົາລົບກົດບັດ ສປຊ ແລະ ຫຼັກການພື້ນຖານຂອງການພົວພັນສາກົນ; ຊຸກຍູ້ການແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານການເຈລະຈາ, ການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະ ກັນ.
(ແຫ່ງຄັດຈາກ VOV)