• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄພ​ອຶດ​ຫິວ​ສືບ​ຕໍ່​ແຜ່​ລາມອອກ​ຢ່າງກວ້າງ​ຂວາງ​​ຢູ່​ຊູ​ດັງ

ກາ​ນ​ປະ​ທະ​ກັນ​ຢູ່ ຊູ​ດັງ​ລະ​ຫວ່າງກອງ​ທັບ ແລະ ກຳ​ລັງ​ໜູນ​ຊ່ວຍ​ໄວ ໃກ້​ຈະ​ກ້​າວ​ເຂົ້າ​ສູ່​ປີ​ທີ່​ສີ່​ແລ້ວ​ນັ້ນ, ໄດ້​ເຮັດ​ໃຫ້​ໄພ​ອຶດ​ຫິວ​ແຜ່​ລວມ​ອອກ​​ຢ່າງ​ກວ້າງ​ຂວາງ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ຕ້ອງ ຍົກ​ຍ້າຍໄປ, ອັນ​ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​​ໃຫຍ່​ທີ່​ສຸດ​ຢູ່ໃນ​ໂລກ.
 (ແຫ່ງຄັດຈາກ VOV)
  (ພາບປະກອບ)  
ຕາມ​ບົດ​ລາຍ​ງານ​ຂອງບັນ​ດາ​ອົງ​ການ​ມະ​ນຸດ​ສະ​ທຳ​ສາ​ກົນ​ລວມ​ມີ: Action Against Hunger, CARE International, International Rescue Committee, Mercy Corps ແລະ ສະ​ພາ​ຜູ້​​ລີ້​ໄພ ນອກ​ແວ ທີ່​ໄດ້​ປະ​ກາດ​ໃນ​ວັນ​ທີ 13 ເມ​ສາ ໂດຍ​ໃຫ້​ຮູ້​ວ່າ ກາ​ນ​ປະ​ທະ​ກັນ​ຢູ່ ຊູ​ດັງ​ລະ​ຫວ່າງກອງ​ທັບ ແລະ ກຳ​ລັງ​ໜູນ​ຊ່ວຍ​ໄວ ໃກ້​ຈະ​ກ້​າວ​ເຂົ້າ​ສູ່​ປີ​ທີ່​ສີ່​ແລ້ວ​ນັ້ນ, ໄດ້​ເຮັດ​ໃຫ້​ໄພ​ອຶດ​ຫິວ​ແຜ່​ລວມ​ອອກ​​ຢ່າງ​ກວ້າງ​ຂວາງ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ຕ້ອງ ຍົກ​ຍ້າຍໄປ, ອັນ​ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​​ໃຫຍ່​ທີ່​ສຸດ​ຢູ່ໃນ​ໂລກ. ​ຢູ່​ບັນ​ດາ​ເຂດທີ່​ການ​ສູ້​ຮົບ​ພວມ​ດຳ​ເນີນ​ຢ່າງ​​ດຸ​ເດືອດ​ຄື: Darfur ເໜືອ ແລະ Kordofan ໃຕ້, ນັບ​ລ້ານ​ຄອບ​ຄົວ ມີ​ແຕ່​​ໄດ້​ກິນ​ເຂົ້າ​​ພຽງໜຶ່ງ​ຄາບ​ຕໍ່​ວັນ, ຊ້ຳ​ບໍ່​ໜຳ​ມີຫຼາຍ​ຄອບ​ຄົວ​ບໍ່​ມີ​ຫຍັງ​ກິນ, ຕ້ອງ​ກິນ​ໃບ​ໄມ້ ແລະ ອາ​ຫານສັດ​ເພື່ອ​ຢູ່​ລອດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂດຍໄດ້​ຮັບ​ການ​ໜູນ​ຫຼັງຈາກກອງ​ທັບ ​ລັດ​ຖະ​ບານ ຊູ​ດັງ ໄດ້ປະ​ຕິ​ເສດ​ໄພ​ອຶດ​ຫິວ, ໃນ​ຂະ​ນະ​ທີ່ RSF ກໍ່​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສະ​ພາບ​ການ​ນີ້​ຢູ່​ບັນ​ດາ​ເຂດ ເຊິ່ງ​ກຳ​ລັງ​ນີ້​ຄວບ​ຄຸມ.

(ແຫ່ງຄັດຈາກ VOV)

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ຂອງ​ປະ​ເທດ ສ​ປ​ປ.ລາວ ແລະ ບຸນປີ​ໃໝ່ Chol Chhnam Thmey ຂອງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ບັນ​ດາ​ການ​ນຳ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ.

Top