ການບຸກໂຈມຕີທາງອາກາດ ແລະ ຖະຫຼົ່ມປືນໃຫຍ່ດ້ວຍລົດຖັງຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ໃນວັນທີ 08 ມີນາ ໄດ້ເຮັດໃຫ້ຊາວ ປາແລັດສະຕິນ ເສຍຊີວິດ 6 ຄົນ.
ອິດສະຣາແອັນ ສືບຕໍ່ບຸກໂຈມຕີເຂດ ກາຊາ ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ (ພາບ: REUTERS)
ຜູ້ອຳນວຍການໂຮງໝໍ Al-Shifa ຢູ່ນະຄອນ ກາຊາ ໃຫ້ຮູ້ວ່າ ການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ໃກ້ບັນດາເຂດເຮືອນຕູບທີ່ມີປະຊາຊົນລີ້ໄພເປັນຈຳນວນຫຼາຍຢູ່ທາງທິດຕາເວັນຕົກນະຄອນ ກາຊາ ນັ້ນ ໄດ້ເຮັດໃຫ້ມີຜູ້ຊາຍ 3 ຄົນເສຍຊີວິດ, ໃນນັ້ນ ມີພະນັກງານການແພດ 01 ຄົນ.
ກໍໃນວັນດຽວກັນ, ສື່ມວນຊົນ ລີບັງ ໄດ້ຖະແຫຼງຂ່າວວ່າ ອິດສະຣາແອັນ ຈະສືບຕໍ່ບຸກໂຈມຕີເຂົ້າເຂດຊານເມືອງທາງທິດໃຕ້ນະຄອນຫຼວງ Beirut. ໃນຂະນະທີ່ ເຮັກໂບລາ ຖະແຫຼງໄດ້ປະທະກັນກັບກຳລັງ ອິດສະຣາແອັນ ທີ່ສົ່ງພົນເຂົ້າພາກຕາເວັນອອກ ລີບັງ. ຕາມກຳລັງ ເຮັກໂບລາ ແລ້ວ, ເຮືອບິນ ເຮລີກອັບເຕ 15 ລຳຂອງ ອິດສະຣາແອັນຈາກ ຊີຣີ ໄດ້ແຊກແຊງເຂົ້າ ລີບັງ ແລະ ຖືກຍິງຕົກ 01 ລຳ.
(ແຫຼ່ງຄັດຈາກ VOV)