• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຊຊະນະຂອງການປະຕິວັດ ຫວຽດນາມ ຕິດພັນກັບຜົນສະທ້ອນຂອງການປະຕິວັດເດືອນຕຸລາລັດເຊຍ

       ຫວຽດນາມ ມີຫຼັກຖານຢ່າງພຽງພໍເພື່ອຢັ້ງຢືນວ່າ, ທຸກໆໄຊຊະນະຂອງການປະຕິວັດ ຫວຽດນາມ ລ້ວນແຕ່ຕິດພັນກັບຜົນສະທ້ອນຂອງການປະຕິວັດເດືອນຕຸລາ ລັດເຊຍ ກໍ່ຄືການສະໜັບສະໜູນ ແລະ ຊ່ວຍເຫຼືອ ຢ່າງສຸດຈິດສຸດໃຈຂອງປະຊາຊົນ ໂຊວຽດ

ພາບປະກອບ
      ຕອນເຊົ້າວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ (1917 – 2017). ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ພ້ອມກັບການນຳ, ອະດິດການນຳພັກ ແລະ ລັດ, ຜູ້ຕາງໜ້າບັນດາຊາວ ຫວຽດນາມ ເຄີຍຮ່ຳຮຽນ, ປະຕິບັດງານຢູ່ອະດີດສະຫະພັນ ໂຊວຽດ ແລະ ສະຫະພັນ ລັດເຊຍ ໃນປະຈຸບັນ.
        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:
        “ຫວຽດນາມ ມີຫຼັກຖານຢ່າງພຽງພໍເພື່ອຢັ້ງຢືນວ່າ, ທຸກໆໄຊຊະນະຂອງການປະຕິວັດ ຫວຽດນາມ ລ້ວນແຕ່ຕິດພັນກັບຜົນສະທ້ອນຂອງການປະຕິວັດເດືອນຕຸລາ ລັດເຊຍ ກໍ່ຄືການສະໜັບສະໜູນ ແລະ ຊ່ວຍເຫຼືອ ຢ່າງສຸດຈິດສຸດໃຈຂອງປະຊາຊົນ ໂຊວຽດ. ປະທານ ໂຮ່ຈີມີນ ເປັນຊາວ ຫວຽດນາມ ຜູ້ທຳອິດໄດ້ສຳພັດ, ຮັບເອົາ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງບັນດາແນວຄວາມຄິດຂອງການປະຕິວັດເດືອນຕຸລາ ເຂົ້າໃນພາລະກິດການປະຕິວັດ ຫວຽດນາມ ຢ່າງປະສົບຜົນສຳເລັດ”

ການນຳພັກ, ລັດ ຫວຽດນາມ ຖະຫວາຍດອກໄມ້ຢູ່ອະນຸສາວາລີ V.I.Lenin
ໂດຍຖອດຖອນບັນດາບົດຮຽນຂອງຜົນສຳເລັດ, ປະລາໄຊໃນພາລະກິດສ້າງສາລັດທິສັງຄົມນິຍົມຢູ່ ໂຊວຽດ, ພັກກອມມູນິດ ຫວຽດນາມ ໄດ້ວາງອອກແນວທາງການປ່ຽນໃໝ່ຢ່າງຖືກຕ້ອງ, ມີຫົວຄິດປະດິດສ້າງ ແລະ ພວມຢືດໝັ້ນ ດຳເນີນພາລະກິດແຫ່ງການປ່ຽນໃໝ່ຮອບດ້ານຢູ່ ຫວຽດນາມ ເທື່ອລະກ້າວຢ່າງໜັກແຫນ້ນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:
        “ການສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ, ຍິ່ງຮັບຮູ້ແຈ້ງບັນດາຄຸນຄ່າ, ການປະກອບສ່ວນອັນໃຫຍ່ຫຼວງເຊິ່ງການປະຕິວັດນີ້ນຳມາໃຫ້ມວນມະນຸດ, ຮັບຮູ້ຢ່າງເລິກເຊິ່ງບັນດາບົດຮຽນລ້ຳຄ່າຈາກການພັງທະລາຍຂອງລັດທິສັງຄົມນິຍົມ ປະຕິບັດຕາມຮູບແບບ ໂຊວຽດ, ຢຶດໝັ້ນແນວທາງແຫ່ງການປ່ຽນໃໝ່ເພື່ອເອກະລາດຂອງຊາດຕິດພັນກັບລັດທິສັງຄົມນິຍົມເຊິ່ງພັກ, ປະທານ ໂຮ່ຈີມີນ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເຟັ້ນ.”

        ກ່ອນໜ້ານັ້ນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ ແລະ ນະຄອນຫຼວງ ຮ່າໂນ້ຍ ໄດ້ຖະຫວາຍດອກໄມ້ທູບທຽນ ບູຊາຢູ່ ອະນຸສາວາລີ V.I.Lenin - ຜູ້ນຳຍິ່ງໃຫຍ່ຂອງການປະຕິວັດເດືອນຕຸລາ ລັດເຊຍ.
 (ແຫຼ່ງຄັດຈາກ VOV)

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ພາຍຫຼັງທີ່ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ດຳເນີນໃນຕອນຄ່ຳວັນທີ 2 ກໍລະກົດ ໄດ້ປະກາດນັ້ນ, ປະຊາຄົມວິສາຫະກິດ ແລະ ວົງການນັກຊ່ຽວຊານໄດ້ຕັ້ງຄວາມຫວັງຕໍ່ບັນດາສັນຍານອັນຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

Top