• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ແລະ ນະ​ຄອນ ໂຮ່​ຈີ​ມິນ ຢູ່ ລາວ

ໂດຍດຳເນີນເປັນເວລາ 3 ວັນ, ສັບປະດາວັດທະນະທຳ - ການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຢູ່ ລາວ ຈະມີຫຼາຍກິດຈະກຳແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ງານວາງສະແດງພາບຖ່າຍແນະນຳສີສັນວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າ, ຜະລິດຕະພັນທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອ, ນະຄອນ ໂຮ່ຈີມິນ ແລະ ແຂວງ ຫຼວງພະບາງ.
ພິທີໄຂສັບປະດາວັດທະນະທຳ - ການທ່ອງທ່ຽວ ເຂດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຢູ່ຫຼວງພະບາງ (ພາບ: TTXVN)

ຕອນຄ່ຳວັນທີ 25 ຕຸລາ, ຢູ່ນະຄອນ ຫຼວງພະບາງ, ສັບປະດາວັດທະນະທຳ - ການທ່ອງທ່ຽວ ເຂດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຢູ່ຫຼວງພະບາງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຄັ້ງທຳອິດທີ່ເຫດການວັດທະນະທຳ - ການທ່ອງທ່ຽວ ເຕົ້າໂຮມຜູ້ຕາງໜ້າຈາກ 4 ແຂວງທາງທິດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຖືກຈັດຂຶ້ນຢູ່ເມືອງເກົ່າຫຼວງພະບາງ - ແຫຼ່ງທ່ອງທ່ຽວຊື່ດັງຂອງ ລາວ.

ບັນດາລາຍການສະແດງສິລະປະ ໄດ້ຍ້ອງຍໍຊົມເຊີຍຄວາມສວຍງາມຂອງປະເທດຊາດ, ປະຊາຊົນ ກໍຄື ນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ, ດ້ວຍຫົວຂໍ້ “ເຂດຕາເວັນຕົກສ່ຽງເໜືອ - ນະຄອນ ໂຮ່ຈີມິນ ແຫ່ງສີສັນ” ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນທ້ອງຖິ່ນ, ປະຊາຄົມຊາວ ຫວຽດນາມ ອາໄສ, ເຮັດວຽກຢູ່ ຫຼວງພະບາງ ນັບໝື່ນຄົນ.

ໂດຍດຳເນີນເປັນເວລາ 3 ວັນ, ສັບປະດາວັດທະນະທຳ - ການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຢູ່ ລາວ  ຈະມີຫຼາຍກິດຈະກຳແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ງານວາງສະແດງພາບຖ່າຍແນະນຳສີສັນວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າ, ຜະລິດຕະພັນທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອ, ນະຄອນ ໂຮ່ຈີມິນ ແລະ ແຂວງ ຫຼວງພະບາງ. ນອກຈາກນັ້ນແລ້ວ, ບັນດາແຂວງທີ່ເຂົ້າຮ່ວມສັບປະດາຄັ້ງນີ້ ກໍ່ຍັງຈັດເຂດວາງສະແດງ, ແນະນຳ ແລະ ໂຄສະນາບັນດາຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງຕົນອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top