• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ວາງ​ສະ​ແດງ ເສັ້ນ​ທາງ​ຂຶ້ນ​ໄປສູ່​ດຽນ​ບຽນ​ຝູ

ງານວາງສະແດງ “ເສັ້ນທາງຂຶ້ນໄປສູ່ ດຽນບຽນຝູ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 26 ເມສາ ຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດຽນບຽນຝູ (7/5/1954 - 7/5/2024).
ພາບແຕ້ມ ຢູ່ ງານວາງສະແດງ (ພາບ:ງອກແອັງ)
ງານວາງສະແດງແນະນຳ 70 ຜົນງານດ້ານຈິດຕະກຳ, Graphic, ແກະສະຫຼັກ, ແຜ່ໂປສະເຕີ ຂອງຫຼາຍຄົນເຊິ່ງ ໄດ້ຮັບການປະດິດສ້າງແຕ່ໄລຍະ 1949 - 2009. ດ້ວຍວິທີການວາງສະແດງແບບເກົ່າ ສົມທົບກັບການນຳໃຊ້ເຕັກໂນໂລຢີ cinemagraph ໄດ້ຊ່ວຍຜູ້ຊົມກັບຄືນສູ່ສະໄໝ ຢູ່ສະໜາມຮົບ ດຽນບຽນຝູໃນເມື່ອກ່ອນ. ມີຫຼາຍຜົນງານໄດ້ວາດພາບຢ່າງມີຊີວິດຊີວາ ບັນດາການບຸກໂຈມຕີທີ່ອົງອາດກ້າຫານ ໃນບັ້ນຮົບດຽນບຽນຝູ. ງານວາງສະແດງໄດ້ເປີດປະຕູແຕ່ວັນທີ 26 ເມສາ 2024 ຫາວັນທີ 15 ພຶດສະພາ 2024 ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ, ເຮືອນເລກທີ 66 ຖະໜົນ ຫງວຽນທ໊າຍຮອກ, ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ເປີດຕົວປື້ມປົກຂຽວ ອາຊຽນ - ອີຢູ ໄລຍະ 2024 – 2025

ເປີດຕົວປື້ມປົກຂຽວ ອາຊຽນ - ອີຢູ ໄລຍະ 2024 – 2025

ປື້ມປົກຂຽວນີ້ລວມມີ 8 ພາກ, ດ້ວຍເນື້ອໃນຕົ້ນຕໍ

Top