• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

TikTok ແລະ ບໍ​ລິ​ສັດ​ແມ່ ByDance ຮ້ອງ​ຟ້ອງ​ລັດ​ຖະ​ບານ ສະ​ຫະ​ລັດ ອາ​ເມ​ລິ​ກາ

TikTok ແລະ ບໍລິສັດແມ່ ByDance ຖືວ່າ ຄຳສັ່ງຫ້າມ TikTok ບໍ່ໃຫ້ເຄື່ອນໄຫວໃນບັນດາໂປຼກຼາມ ແລະ ເຄືອຂ່າຍຕ່າງໆຢູ່ ອາເມລິກາ ແມ່ນໄປຝືນກັບເນື້ອໃນປັບປຸງສະບັບທຳອິດຂອງ ລັດຖະທຳມະນຸນ ອາເມລິກາ.
(ພາບປະກອບ: THX/TTXVN)

ວັນທີ 07 ພຶດສະພາ, TikTok ແລະ ບໍລິສັດແມ່ ByDance (ມີສຳນັກງານຕັ້ງຢູ່ ຈີນ)  ໄດ້ຮ້ອງຟ້ອງລັດຖະບານສະຫະລັດ ອາເມລິກາ ກ່ຽວກັບຮ່າງກົດໝາຍທີ່ອາດຈະຫ້າມ TikTok ເຄື່ອນໄຫວຢູ່ ອາເມລິກາ.

ໃນໃບຮ້ອງຟ້ອງ, TikTok ແລະ ບໍລິສັດແມ່ ByDance ຖືວ່າ ຄຳສັ່ງຫ້າມ TikTok ບໍ່ໃຫ້ເຄື່ອນໄຫວໃນບັນດາໂປຼກຼາມ ແລະ ເຄືອຂ່າຍຕ່າງໆຢູ່ ອາເມລິກາ ແມ່ນໄປຝືນກັບເນື້ອໃນປັບປຸງສະບັບທຳອິດຂອງ ລັດຖະທຳມະນຸນ ອາເມລິກາ. ByDance ກໍປະຕິເສດບັນດາຄຳກ່າວຫາທີ່ໄຮ້ເຫດຜົນ ໂດຍຖືວ່າ TikTok ກໍ່ຄວາມສ່ຽງຕໍ່ຄວາມໝັ້ນຄົງແຫ່ງຊາດ ອາເມລິກາ. ໃນເນື້ອໃນໃບຮ້ອງຟ້ອງ, ByDance ຖືວ່າ ສະພາແຫ່ງຊາດ ອາເມລິກາ ບໍ່ໄດ້ຍົກອອກຫຼັກຖານໃດທີ່ຊີ້ໃຫ້ເຫັນວ່າ TikTok ອາດຈະກໍ່ຄວາມສ່ຽງຕໍ່ຄວາມປອດໄພດ້ານຂໍ້ມູນຂ່າວສານ ກໍຄື ກະຈາຍຂໍ້ມູນອອກສູ່ຕ່າງປະເທດ. ໃບຮ້ອງຟ້ອງກໍໃຫ້ຮູ້ວ່າ ເລື່ອງຂາຍ TikTok ແມ່ນບໍ່ມີຄວາມສອດຄ່ອງດ້ານການຄ້າ, ເຕັກໂນໂລຢີ ຫຼື ນິຕິກຳ.

ປັດຈຸບັນ, ທຳນຽບຂາວ ຍັງບໍ່ທັນມີຄຳວິຈານໃດຕໍ່ກັບໃບຮ້ອງຟ້ອງຂອງ TikTok ແລະ ByDance ເທື່ອ.

(ແຫຼ່ງຄັດຈາກ VOV)

ຈັດຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຄ້າ​ຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ

ຈັດຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຄ້າ​ຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ

ວັນທີ 19 ພຶດສະພາ ແມ່ນວັນຄົບຮອບ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (ວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2024). ມີຫຼາຍກິດຈະກຳໄດ້ຈັດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສະເຫຼີມສະຫຼອງເຫດການທີ່ມີຄວາມໝາຍນີ້.

Top