• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNESCO ໄດ້ຈົດຊື່ບັນດາລວດລາຍຢູ່ໂຖປັກທູບໃຫຍ່ 9 ອັນທີ່ຫຼໍ່ດ້ວຍທອງຢູ່ພະລາຊະວັງ ເຫ້ວ ເປັນມໍລະດົກເອກະສານພາກພື້ນ ອາຊີ - ປາຊີຟິກ

ມາຮອດປະຈຸບັນ, UNESCO ໄດ້ຈົດຊື່10 ມໍລະດົກ (ລວມມີ 3 ມໍລະດົກເອກະສານໂລກ ແລະ 7 ມໍລະດົກເອກະສານພາກພື້ນ ອາຊີ - ປາຊີຟິກ) ຂອງ ຫວຽດນາມ ແລ້ວ.
ຄະນະຜູ້ແທນ ຫວຽດນາມ ຮັບໃບຢັ້ງຢືນທີ່ກອງປະຊຸມ (ພາບ: ກົມມໍລະດົກວັດທະນະທຳ)

ຕອນບ່າຍວັນທີ 08 ພຶດສະພາ, ໃນຂອບເຂດກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະກຳມະການລາຍການຄວາມຊົງຈຳໂລກພາກພື້ນ ອາຊີ - ປາຊີຟິກ ຂອງ UNESCO ໄດ້ຈັດຂຶ້ນຢູ່ ມົງໂກນ, UNESCO ໄດ້ຈົດຊື່ “ລວດລາຍຢູ່ໂຖປັກທູບໃຫຍ່ 9 ອັນທີ່ຫຼໍ່ດ້ວຍທອງຢູ່ພະລາຊະວັງ ເຫ້ວ” ຂອງ ຫວຽດນາມ ເຂົ້າບັນຊີລາຍຊື່ມໍລະດົກເອກະສານພາກພື້ນ ອາຊີ - ປາຊີຟິກ.

ສະນັ້ນ, ມາຮອດປະຈຸບັນ, UNESCO ໄດ້ຈົດຊື່10 ມໍລະດົກ (ລວມມີ 3 ມໍລະດົກເອກະສານໂລກ ແລະ 7 ມໍລະດົກເອກະສານພາກພື້ນ ອາຊີ - ປາຊີຟິກ) ຂອງ ຫວຽດນາມ ແລ້ວ.

ຕາມກົມມໍລະດົກວັດທະນະທຳ, “ລວດລາຍຢູ່ໂຖປັກທູບໃຫຍ່ 9 ອັນທີ່ຫຼໍ່ດ້ວຍທອງຢູ່ພະລາຊະວັງ ເຫ້ວ”  ທີ່ພວມຕັ້ງຢູ່ລາດຊະວັງ ເຫ້ວ, ລວມມີ 162 ຮູບພາບ ແລະ ຕົວອັກສອນ ຫ໊ານ ເຊິ່ງເຈົ້າຊີວິດ ມິງມ້າງ ສັ່ງໃຫ້ຫຼໍ່ຢູ່ ເຫ້ວ ໃນປີ 1835 ແລະ ສຳເລັດໃນປີ 1837. ນີ້ແມ່ນແຫຼ່ງເອກະສານເປັນເອກະລັກສະເພາະ, ລ້ຳຄ່າ ເຊິ່ງວົງການນັກຄົ້ນຄວ້າຢູ່ພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈທີ່ສຸດ ຍ້ອນບັນດາຄຸນຄ່າທາງດ້ານເນື້ອໃນປະຫວັດສາດ, ວັດທະນະທຳ - ການສຶກສາ, ພູມສາດ, ການແພດ - ການຢາ…

ລວດລາຍຢູ່ໂຖປັກທູບໃຫຍ່ 9 ອັນທີ່ຫຼໍ່ດ້ວຍທອງຢູ່ພະລາຊະວັງ ເຫ້ວ ຍັງຮັກສາບັນດາຄຸນຄ່າກ່ຽວກັບການປະສົມປະສານ ແລະ ພົວພັນດ້ານວັດທະນະທຳສັງຄົມຂອງປະເທດ ຫວຽດນາມ ກັບບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກໄວ້ໄດ້.

(ແຫຼ່ງຄັດຈາກ VOV)

ສະພາແຫ່ງຊາດປຶກສາຫາລືໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2025

ສະພາແຫ່ງຊາດປຶກສາຫາລືໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2025

ທີ່ການເຮັດວຽກໃນຕອນບ່າຍ, ສະພາແຫ່ງຊາດຮັບຟັງບົດລາຍງານກ່ຽວກັບງົບປະມານແຫ່ງລັດປີ 2022, ບົດລາຍງານອະພິປາຍ, ຮັບຟັງ, ດັດປັບຮ່າງກົດໝາຍວ່າດ້ວຍອຸດສາຫະກຳການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປຸກລະດົມອຸດສາຫະກຳ.

Top