• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍລະນີຮ້ອງຟ້ອງທາດພິດສີສົ້ມ: ສານອຸທອນ ປາຣີ ຈະອອກຄຳຕັດສິນໃນວັນທີ 22 ສິງຫາ

ບັນດາບໍລິສັດທາດເຄມີໄດ້ສະໜອງຢາຂ້າຫຍ້າໃຫ້ກອງທັບ ອາເມລິກາ ເພື່ອນຳໃຊ້ຢູ່ສະໜາມຮົບ ຫວຽດນາມ ຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ ແລະ ບໍ່ໄດ້ຮັບສິດ “ຍົກເວັ້ນ” ຍ້ອນຮັບໃຊ້ລັດ ອາເມລິກາ.
ທ່ານນາງ ເຈິ່ນໂຕງາ, ພົນລະເມືອງ ຝລັ່ງ ເຊື້ອຊາດ ຫວຽດນາມ (ພາບ: TTXVN)

ວັນທີ 07 ພຶດສະພາ, ສານອຸທອນ ປາຣີ ໄດ້ດຳເນີນວາລະປະຊຸມສານທີ່ກ່ຽວຂ້ອງເຖິງການຮ້ອງຟ້ອງທາງແຜ່ງລະຫວ່າງທ່ານນາງ ເຈິ່ນໂຕງາ, ພົນລະເມືອງ ຝລັ່ງ ເຊື້ອຊາດ ຫວຽດນາມ, ທີ່ຮ້ອງຟ້ອງ 14 ກຸ່ມບໍລິສັດທາດເຄມີນາໆຊາດ ທີ່ໄດ້ສະໜອງທາດພິດສີສົ້ມ/ດີໂອຊິນໃຫ້ກອງທັບ ອາເມລິກາ ເພື່ອນຳໃຊ້ໃນສົງຄາມຢູ່ ຫວຽດນາມ.

ທີ່ປະຊຸມສານ, ທະນາຍຄວາມ 2 ທ່ານທີ່ອາສາສະໝັກໄດ້ຊ່ວຍທ່ານນາງ ເຈິນໂຕງາ ໃນກໍລະນີຮ້ອງຟ້ອງແມ່ນ Bertrand Repolt ແລະ William Bourdon ຖືວ່າ, ບັນດາບໍລິສັດທາດເຄມີໄດ້ສະໜອງຢາຂ້າຫຍ້າໃຫ້ກອງທັບ ອາເມລິກາ ເພື່ອນຳໃຊ້ຢູ່ສະໜາມຮົບ ຫວຽດນາມ ຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ ແລະ ບໍ່ໄດ້ຮັບສິດ “ຍົກເວັ້ນ” ຍ້ອນຮັບໃຊ້ລັດ ອາເມລິກາ. ບັນດາທະນາຍຄວາມຢືນຢັນວ່າ, ມີພະຍານຫຼັກຖານຢ່າງພຽງພໍຊີ້ໃຫ້ເຫັນວ່າ, ບັນດາວິສາຫະກິດນີ້ໄດ້ເຂົ້າຮ່ວມການປະມູນໂດຍສະໝັກໃຈ, ມີສິດຕັດສິນກ່ຽວກັບການຜະລິດ, ກໍຄືປະລິມານຂອງທາດພິດເຄມີໃນຢາຂ້າຫຍ້າ ທີ່ສະໜອງໃຫ້ກອງທັບ ອາເມລິກາ ໃນໄລຍະ 1961 – 1971 ຢູ່ ຫວຽດນາມ. ບັນດາການກະທຳດັ່ງກ່າວໄດ້ກໍ່ໃຫ້ເກີດຜົນພາຍຫຼັງຢ່າງຫົດຮ້າຍຕໍ່ມະນຸດ ແລະ ສິ່ງແວດລ້ອມຂອງ ຫວຽດນາມ, ເຊິ່ງໄດ້ແກ່ຍາວຮອດປະຈຸບັນ.

ບັນດາຜູ້ພິພາກສາໄດ້ຮັບຮູ້ຄຳເຫັນຂອງແຕ່ລະຝ່າຍ ແລະ ໃຫ້ຮູ້ວ່າ, ຈະອອກຄຳຕັດສິນໃນວັນທີ 22 ສິງຫາ ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຈັດຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຄ້າ​ຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ

ຈັດຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຄ້າ​ຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ

ວັນທີ 19 ພຶດສະພາ ແມ່ນວັນຄົບຮອບ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (ວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2024). ມີຫຼາຍກິດຈະກຳໄດ້ຈັດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສະເຫຼີມສະຫຼອງເຫດການທີ່ມີຄວາມໝາຍນີ້.

Top