• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ ​ທົ່ວ​ປະ​ເທດ​ຄັ້ງ​ທີ IX

ຕອນຄ່ຳວັນທີ 9 ທັນວາ, ງານມະຫາກຳກິລາ ທົ່ວປະເທດຄັ້ງທີ IX ຖືກໄຂຂຶ້ນຢູ່ສະໜາມຫຼວງ Sun Carnival, ນະຄອນ ຮະລອງ, ແຂວງ ກວ໋າງນິງ ຂອງ ຫວຽດນາມ.
  ພິທີໄຂງານມະຫາກຳກິລາ (ພາບ: VOV)  

ເຂົ້າຮ່ວມງານມະຫາກຳກິລາຄັ້ງນີ້  ມີນັກກິລາກວ່າ 10.000 ຄົນ, ແຂ່ງຂັນໃນກິລາ 43 ປະເພດ ດ້ວຍຫຼຽນລາງວັນ 900 ຫຼຽນ. ທ່ານ ຮວ່າງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ທັງເປັນຫົວໜ້າຄະນະຈັດຕັ້ງງານມະຫາກຳກິລາທົ່ວປະເທດຄັ້ງທີ IX, ໃຫ້ຮູ້ວ່າ:

“ງານມະຫາກຳກິລາຄັ້ງນີ້ ມີຄວາມໝາຍພິເສດທີ່ສຸດ ເຊິ່ງໄດ້ດຳເນີນໃນປີດຽວກັນກັບ ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (ຊີເກມ) ແລະ ມີຜົນງານສູງຫຼາຍຢ່າງທີ່ບັນລຸໄດ້ພາຍຫຼັງ ຊີເກມ. ງານມະຫາກຳກິລາກາຍຍະກຳທົ່ວປະເທດຄັ້ງທີ IX ມີໜ້າທີ່ອັນໃຫຍ່ຫຼວງ ນັ້ນແມ່ນຄົ້ນພົບ ແລະ ຄັດເລືອກເອົານັກກິລາໄປເຂົ້າຮ່ວມການແຂ່ງຂັນສຳຄັນຕ່າງໆໃນປີ 2023 ຄື ງານມະຫາກຳກິລາ ອາຊີ (ASAID) ແລະ Olympic Paris 2024. ນອກຈາກນັ້ນແລ້ວ, ງານມະຫາກຳກິລາຄັ້ງນີ້ ກໍ່ຍັງນຳໃຊ້ອຸປະກອນທັນສະໄໝເຂົ້າໃນການແຂ່ງຂັນກິລາປະເພດລອຍນ້ຳ, ແລ່ນ ແລະ ລານ, ຍິງປືນອີກດ້ວຍ.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top