ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຂັ້ນສູງ ແລະ 3 ເອກະສານ.
ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ APEC 2026. (ພາບ: VNA)
APEC ຕ້ອງແມ່ນຊ່ອງໂອ້ລົມສົນທະນາຍຸດທະສາດ, ເປີດອົກເປີດໃຈ ແລະ ສ້າງສັນ, ແມ່ນຂົວເພື່ອໃຫ້ຝ່າຍຕ່າງໆແກ້ໄຂບັນດາຄວາມບໍ່ລົງລອຍກັນ, ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ຊອກຫາມາດຕະການທີ່ແທດຈິງ. ນັ້ນແມ່ນຄຳຢືນຢັນຂອງ ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ທີ່ກອງປະຊຸມການນຳບັນດາການນຳເສດຖະກິດ ເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC), ຄັ້ງທີ 33, ຈັດຂຶ້ນໃນຕອນເຊົ້າວັນທີ 19 ພະຈິກ,ຢູ່ນະຄອນ ເຊິນເຈິນ ປະເທດ ຈີນ.
ແລກປ່ຽນທີ່ກອງປະຊຸມ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ແບ່ງປັນວິໄສທັດ ແລະ ຂໍ້ສະເໜີຂອງ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມື APEC ໃນໄລຍະໃໝ່. ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ເນັ້ນໜັກຄຳຮຽກຮ້ອງອັນຈຳເປັນ ກ່ຽວກັບການເພີ່ມທະວີການຮ່ວມມື ແລະ ຄວາມສະໜິດຕິດພັນລະຫວ່າງບັນດາພື້ນຖານເສດຖະກິດ ແນໃສ່ໝູນໃຊ້ໂອກາດ ແລະ ຮັບມືກັບບັນດາສິ່ງທ້າທາຍລວມ.ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ສະເໜີ 3 ການກຳນົດທິດໃຫ່ຍເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບົດບາດຂອງ APEC.
ບັນດາການນຳ APEC ຕີລາຄາສູງບົດກ່າວປາໄສຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ, ພິເສດແມ່ນບັນດາການກຳນົດທິດໃຫ່ຍໃຫ້ແກ່ການຮ່ວມມື APEC ໃນໄລຍະໃໝ່.
ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຂັ້ນສູງ ແລະ 3 ເອກະສານ: ຂອບເຂດການຮ່ວມມື APEC ຫັນການຄ້າເປັນດີຈີຕອນ ໄລຍະ 2026-2030; ຂຸດຄົ້ນເສດຖະກິດດີຈີຕອນ ແລະ AI ເພື່ອສະຫວັດດີການຂອງ ປຊຊ ແລະ ແຜນການສັງລວມເຊື່ອມຕໍ່ APEC 2026-2035.
(ແຫຼ່ງຄັດຈາກ VOV)