ໃນຂອບເຂດການໄປປະຕິບັດງານ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ໄດ້ເຂົ້າຮ່ວມວາລະປະຊຸມຄະນະກຳມະການບໍລິຫານງານ AIPA, ພິທີເປີດກອງປະຊຸມ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີໜຶ່ງກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 47.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສິ້ນສຸດການໄປປະຕິບັດງານ. (ພາບ: VNA)
ຕອນຄ່ຳວັນທີ 18 ພະຈິກ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 47 (AIPA-47) ແຕ່ວັນທີ 17-18 ພະຈິກ.
ໃນຂອບເຂດການໄປປະຕິບັດງານ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ໄດ້ເຂົ້າຮ່ວມວາລະປະຊຸມຄະນະກຳມະການບໍລິຫານງານ AIPA, ພິທີເປີດກອງປະຊຸມ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີໜຶ່ງກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 47.
ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ສືບຕໍ່ເປັນການຢືນຢັນຄວາມຖືເປັນສຳຄັນ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ ຕໍ່ກັບ ອາຊຽນ, ພ້ອມກັນນັ້ນ, ກໍ່ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າ, ແລະ ມີຄວາມຮັບຜິດຊອບຂອງສະພາແຫ່ງຊາດ ໃນ AIPA; ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນກັບລັດຖະສະພາບັນດາປະເທດ, ຊຸກຍູ້ການຮ່ວມມືຢູ່ພາກພື້ນ ແລະ ຫັນວິໄສທັດປະຊາຄົມ ອາຊຽນ 2045 ໃຫ້ປະກົດຜົນເປັນຈິງ.
(ແຫຼ່ງຄັດຈາກ VOV)