ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສິ້ນສຸດບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 47 ຢ່າງຈົບງາມ

ໃນຂອບເຂດການໄປປະຕິບັດງານ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ໄດ້ເຂົ້າຮ່ວມວາລະປະຊຸມຄະນະກຳມະການບໍລິຫານງານ AIPA, ພິທີເປີດກອງປະຊຸມ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີໜຶ່ງກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 47.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສິ້ນສຸດການໄປປະຕິບັດງານ. (ພາບ: VNA)

​ຕອນ​ຄ່ຳວັນທີ 18 ພະຈິກ, ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ໄດ້​ເດີນ​ທາງມາຮອດສະໜາມບິນສາກົນ ​ໂນ້ຍ​​ບ່າຍ (ຮ່າໂນ້ຍ), ​ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານເຂົ້າຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາໃຫຍ່ລັດຖະສະພາ​ລະ​ຫວ່າງ​ຊາດ ອາຊຽນ ຄັ້ງທີ 47 (AIPA-47) ແຕ່ວັນທີ 17-18 ພະຈິກ.

ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ, ​ທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ, ໄດ້ເຂົ້າຮ່ວມວາ​ລະ​ປະ​ຊຸມຄະນະກຳ​ມະ​ການບໍລິຫານງານ AIPA, ພິທີເປີດກອງປະຊຸມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ​ໜຶ່ງກອງປະຊຸມ​ສະ​ມັດ​ຊາໃຫຍ່ AIPA ຄັ້ງທີ 47.

ການ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ, ສືບ​ຕໍ່​ເປັນ​ການຢືນຢັນ​ຄວາມ​ຖື​ເປັນ​ສຳ​ຄັນ ແລະ ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດນາມ ຕໍ່​ກັບ ອາຊຽນ, ພ້ອມ​ກັນ​ນັ້ນ, ກໍ່ສະແດງໃຫ້ເຫັນບົດບາດເປັນ​ເຈົ້າ​ການ, ຕັ້ງໜ້າ, ແລະ ມີຄວາມ​ຮັບ​ຜິດ​ຊອບຂອງສະພາແຫ່ງຊາດ ໃນ AIPA; ປະກອບສ່ວນເຂົ້າໃນການເພີ່​ມ​ທະ​ວີ​​ການ​ພົວ​ພັນ​ກັບລັດຖະສະພາ​ບັນ​ດາປະເທດ, ຊຸກ​ຍູ້ການຮ່ວມມື​ຢູ່ພາກພື້ນ ແລະ ຫັນ​ວິໄສທັດປະ​ຊາ​ຄົມ ອາຊຽນ 2045 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.


top