• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ບຸນ​ເພື່​ອ​ສັນ​ຕິ​ພາບ​ຢູ່ ແຂວງ ກວ໋າງ​ຈິ

ຕອນຄ່ຳວັນທີ 6 ກໍລະກົດ, ຢູ່ເຂດຮ່ອງຮອຍສະຖານລະດັບຊາດພິເສດ ສອງຝ່າຍແມ່ນ້ຳ ຮ່ຽນເລືອງ - ເບັ໊ນຫາຍ, ແຂວງກວ໋າງຈິ ຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ ຈັດພິທີໄຂງານບຸນເພື່ອສັນຕິພາບ ປີ 2024.
ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ພິທີໄຂ (ພາບ: Nguyên Linh/TTXVN)

ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ”, ງານບຸນດັ່ງກ່າວໄດ້ເຊີດຄຸນຄ່າຂອງສັນຕິພາບ, ສົ່ງສານກ່ຽວກັບສັນຕິພາບຂອງປະຊາຊົນ ກວ໋າງຈິ ໃນກະແສຄວາມຄາດຫວັງຂອງຊາດ ຫວຽດນາມ ແລະ ບັນດາຊົນຊາດຮັກຫອມສັນຕິພາບໃນໂລກ.

ກ່າວຄຳເຫັນໃນງານບຸນ, ຮອງປະທານປະເທດ ຫວຽດນາມ ທ່ານນາງ ຫວໍທິແອັງຊວັນ ຢັ້ງຢືນວ່າ ຜ່ານສົງຄາມມາຫຼາຍຄັ້ງ, ປະຊາຊົນ ຫວຽດນາມ ເຂົ້າໃຈຄຸນຄ່າຂອງສັນຕິພາບຢ່າງເລິກເຊິ່ງ. ຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍກ່ຽວກັບນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຄວາມຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນໂລກ.

ງານບຸນເພື່ອສັນຕິພາບປີ 2024 ຈັດຫຼາຍກິດຈະກຳທີ່ອຸດົມສົມບູນໃນຕະຫຼອດເດືອນ ກໍລະກົດ ເຊັ່ນ ລາຍການສະແດງສິລະປະ,ງານບຸນວັດທະນະທຳ - ອາຫານສາກົນ, ກອງປະຊຸມສຳມະນາ...

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guinea-Bissau, Madagascar ແລະ Ghana

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guinea-Bissau, Madagascar ແລະ Ghana

ໃນຂອບເຂດກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19, ຢູ່ຫໍຜາສາດ Villers-Cotterêts, ຕັ້ງຢູ່ຫ່າງຈະນະຄອນຫຼວງ ປາຣີ ຂອງ ສ.ຝລັ່ງ 80 ກິໂລແມັດ, ຕອນບ່າຍວັນທີ 4 ຕຸລາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານປະທານາທິບໍດີ Guinea-Bissau, Madagascar ແລະ Ghana.

Top