• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ປັນ​ຍາ​ຊົນ​ຊາວຫວຽດນາມ ທີ່ຂຶ້ນ​ກັບ​ປະ​ຊາ​ຄົມທີ່ນຳໃຊ້ພາສາ​ຝ​ລັ່ງ​

ຕອນເຊົ້າວັນທີ 5 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ ປາຣີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມີການໂອ້ລົມກັບນັກຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ດີເດັ່ນ ຢູ່ບັນດາປະເທດໃນປະຊາຄົມທີ່ນຳໃຊ້ພາສາຝລັ່ງ.
ບັນຍາກາດການພົບປະ (ພາບ: baoquocte.vn)

ນການພົບປະ, ບັນດາປັນຍາຊົນຊາວຫວຽດນາມ ໄດ້ແບ່ງປັນບົດຮຽນປະສົບການ, ສະເໜີບັນດາຄຳເຫັນ ແລະ ເຈາະຈີ້ມນະໂຍບາຍກ່ຽວກັບບັນດາບັນຫາຄື ການຮ່ວມມືຫຼາຍຝ່າຍໃນຂົງເຂດເຕັກໂນໂລຢີ, ປັນຍາຊົນ; ສ້າງຕັ້ງວິສາຫະກິດ, ເຕີບໂຕ ແລະ ພັດທະນາ; ບັນດາສິ່ງທ້າທາຍໃຫຍ່ໃນການພັດທະນາ ອິນເຕີເນັດ ຊັບພະສິ່ງ (IoT) ເພື່ອສ້າງການເຕີບໂຕເສດຖະກິດ; ຜົນປະໂຫຍດຂອງການໝູນໃຊ້ເຕັກໂນໂລຢີ Blockchain ໃນຂົງເຂດສາທາລະນະສຸກ ແລະ ເບິ່ງແຍງດູແລສຸຂະພາບ.

ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະແດງຄວາມຊົມເຊີຍ ແລະ ຢັ່ັ້ງຢືນວ່າ ບັນດາການປະກອບສ່ວນຂອງຖັນແຖວປັນຍາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ໃຫ້ແກ່ປະເທດປະຈຳຖິ່ນ ແລະ ບ້ານເກີດເມືອງນອນ ຫວຽດນາມ ແມ່ນແຫຼ່ງກຳລັງທີ່ລ້ຳຄ່າ. ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ໃນການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດໃນປະຊາຄົມທີ່ນຳໃຊ້ພາສາຝລັ່ງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ບັນດາຝ່າຍ, ປະກອບສ່ວນໂດຍກົງເຂົ້າໃນການພັດທະນາຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guinea-Bissau, Madagascar ແລະ Ghana

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guinea-Bissau, Madagascar ແລະ Ghana

ໃນຂອບເຂດກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19, ຢູ່ຫໍຜາສາດ Villers-Cotterêts, ຕັ້ງຢູ່ຫ່າງຈະນະຄອນຫຼວງ ປາຣີ ຂອງ ສ.ຝລັ່ງ 80 ກິໂລແມັດ, ຕອນບ່າຍວັນທີ 4 ຕຸລາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານປະທານາທິບໍດີ Guinea-Bissau, Madagascar ແລະ Ghana.

Top