• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guinea-Bissau, Madagascar ແລະ Ghana

ໃນຂອບເຂດກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19, ຢູ່ຫໍຜາສາດ Villers-Cotterêts, ຕັ້ງຢູ່ຫ່າງຈະນະຄອນຫຼວງ ປາຣີ ຂອງ ສ.ຝລັ່ງ 80 ກິໂລແມັດ, ຕອນບ່າຍວັນທີ 4 ຕຸລາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານປະທານາທິບໍດີ Guinea-Bissau, Madagascar ແລະ Ghana.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຖ່າຍຮູບລວມກັບບັນດາສະມາຊິກປະຊາຄົມ ຝລັ່ງໂກໂຟນີ (ພາບ: baoquocte.vn)

ໃນການພົບປະກັບທ່ານປະທານາທິບໍດີ Guinea-Bissau Umaro Sissco Embalo, ການນຳສອງທ່ານໄດ້ຢັ້ງຢືນຖືການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຫວຽດນາມ - Guinea-Bissau ເປັນສຳຄັນ; ສະແດງຄວາມປິຕິຊົມຊື່ນກ່ຽວກັບການສົມທົບຢ່າງຕັ້ງໜ້າ ແລະ ມີປະສິດທິຜົນລະຫວ່າງສອງປະເທດໃນບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນ ມີ ສປຊ ແລະ ອົງການນຳໃຊ້ພາສາຝລັ່ງ.

        ໃນການພົບປະລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກັບທ່ານປະທານາທິບໍດີ Madagascar Andry Nirina Rajoelina, ສອງຝ່າຍກໍຢັ້ງຢືນຖືການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຫວຽດນາມ - Madagascar ໂດຍໄດ້ຮັບການສ້າງຕັ້ງ ແລະ ພັດທະນາໃນຕະຫຼອດໄລຍະກວ່າ 50 ປີຜ່ານມາ ເປັນສຳຄັນ; ພ້ອມທັງສະແດງຄວາມຕັດສິນໃຈ ເພີ່ມທະວີການພົວພັນສອງຝ່າຍຢູ່ທຸກຂັ້ນ, ທຸກຊ່ອງທາງ ແລະ ໃນທຸກຂົງເຂດ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ການຮ່ວມມືໃນຂົງເຂດກະສິກຳ. ທ່ານປະທານາທິບໍດີ Madagascar ສະເໜີໃຫ້ສອງຝ່າຍຊອກຫາກາລະໂອກາດຮ່ວມມືໃນຂົງເຂດກະສິກຳ, ໂດຍສະເພາະແມ່ນການຮ່ວມມືຜະລິດເຂົ້າກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງໂກ​ໂຟ​ນີ ຄັ້ງ​ທີ 19: ປະ​ດິດ​ຄິດ​ສ້າງ, ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ພາ​ສາ ຝ​ລັ່ງ

ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງໂກ​ໂຟ​ນີ ຄັ້ງ​ທີ 19: ປະ​ດິດ​ຄິດ​ສ້າງ, ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ພາ​ສາ ຝ​ລັ່ງ

ຕອນບ່າຍວັນທີ 4 ຕຸລາ ຕາມເວລາທ້ອງຖິ່ນ, ຢູ່ຫໍຜາສາດ Villers-Cotterêts, ຫ່າງຈາກນະຄອນຫຼວງ ປາຣີ ຂອງ ສ.ຝລັ່ງ 80 ກິໂລແມັດ, ກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ໄດ້ໄຂຂຶ້ນຢ່າງເປັນທາງການ.

Top