• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup.

ຕອນເຊົ້າວັນທີ 04 ຕຸລາ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການພົບປະກັບບັນດາຜູ້ແທນກອງປະຊຸມເຄືອຂ່າຍບັນດານັກວິທະຍາສາດ ແລະ ນັກວິສະວະກອນພາກພື້ນ ອາຊີ - ປາຊີຟິກ ແລະ ການນຳສະມາຄົມແມ່ຍິງປັນຍາຊົນ ຂຶ້ນກັບສະຫະພັນແມ່ຍິງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢືນຢັນວ່າ, ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup, ນະວັດຕະກຳ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ເຄືອຂ່າຍນັກວິທະຍາສາດ ແລະ ນັກວິສະວະກອນຍິງສາກົນ ສືບຕໍ່ເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນບົດຮຽນກັບ ຫວຽດນາມ; ໜູນຊ່ວຍຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຍົກສູງກຳລັງການຄຸ້ມຄອງ, ສ້າງກົນໄກ, ລະບຽບການ, ນະໂຍບາຍ.

(ແຫຼ່ງຄັດຈາກ VOV)

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ປະ​ຊາ​ຄົມ​ໃຊ້​ພາ​ສາ ຝະ​ລັ່ງ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ສ.ຝະ​ລັ່ງ

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ປະ​ຊາ​ຄົມ​ໃຊ້​ພາ​ສາ ຝະ​ລັ່ງ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ສ.ຝະ​ລັ່ງ

ວັນທີ 4 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປ ຝະລັ່ງ ເຂົ້າຮ່ວມກອງປະຊຸມສຸດຍອດ Francophonie ຄັ້ງທີ 19 ແລະ ຢ້ຽມຢາມ ສ.ຝະລັ່ງ ຢ່າງເປັນທາງການ. ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຢັ້ງຢືນບົດບາດຂອງ ຫວຽດນາມ ແມ່ນສະມາຊິກຫຼັກແຫຼ່ງຊອງປະຊາຄົມໃຊ້ພາສາ ຝະລັ່ງ ຢູ່ພາກພື້ນ ອາຊີ-ປາຊີຟິກ, ພ້ອມທັງນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຝະລັ່ງ ເຂົ້າສູ່ລວງເລິກ, ແທດຈິງ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດໃນໄລຍະທີ່ຈະມາເຖິງ.

Top