• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ບຸນ​ບ້ານ​ແຊນປີ 2023

“ບັນດາການເຄື່ອນໄຫວຢູ່ງານບຸນ ແມ່ນເພື່ອແນໃສ່ໂຄສະນາເຜີຍແຜ່ກ່ຽວກັບ ຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຮ່ຈີມິນ, ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງເພິ່ນ. ນີ້ກໍແມ່ນໂອກາດເພື່ອແນະນຳ, ໂຄສະນາມວນຊົນທັງຢູ່ພາຍໃນ ແລະ ເພື່ອນມິດສາກົນກ່ຽວກັບວັດທະນະທຳບ້ານແຊນ (ບ້ານດອກບົ່ວ), ດິນແດນເງະອານ ທີ່ຂະຫຍັນຂັນເຄື່ອນ, ເປັນມິດສະໜິດສະໜົມ ແລະ ຍາມໃດກໍເປີດກວ້າງໂອກາດຮ່ວມມືພັດທະນາ”.
ທ່ານ ຫງວຽນດຶກຈູງ, ປະທານ ຄະນະກຳມະການປະຊາຊົນແຂວງ ເງະອານ ກ່າວຄຳເຫັນທີ່ພິທີໄຂ (ພາບ: laodong.vn)
ຕອນບ່າຍວັນທີ 12 ພຶດສະພາ, ຢູ່ສະໜາມຫຼວງ ໂຮ່ຈີມິນ, ນະຄອນ ວິງ, ແຂວງ ເງະອານ ໄດ້ຈັດພິທີໄຂງານບຸນບ້ານແຊນ (ຫຼື ບ້ານດອກບົ່ວ) ປີ 2023. ຈຸດພົ້ນເດັ່ນຂອງງານບຸນດັ່ງກ່າວ ແມ່ນລາຍການສະແດງສິລະປະທີ່ມີຫົວຂໍ້ “ຜູ້ເປັນແມ່ຢູ່ບ້ານແຊນ” ຖືກຈັດຂຶ້ນພ້ອມກັນຢູ່ນະຄອນ ວິງ (ແຂວງ ເງະອານ) ແລະ ນະຄອນ ເຫວ້ (ແຂວງເທື່ອທຽນເຫວ້ - ເຊິ່ງເປັນບ່ອນທີ່ຄາວເຍົາໄວ ປະທານໂຮ່ຈີມິນ ແລະ ຄອບຄົວດຳລົງຊີວິດເປັນເວລາເກືອບ 10 ປີ).

ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປ້າ ຮວ່າງທິລວານ (ມານດາຂອງປະທານ ໂຮ່ຈີມິນ) ຄົບຮອບ 155 ປີ ແລະ ວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 133 ປີ (19 ພຶດສະພາ 1890 – 19 ພຶດສະພາ 2023). ທ່ານ ຫງວຽນດຶກຈູງ, ປະທານ ຄະນະກຳມະການປະຊາຊົນແຂວງ ເງະອານ ໃຫ້ຮູ້ວ່າ:

“ບັນດາການເຄື່ອນໄຫວຢູ່ງານບຸນ ແມ່ນເພື່ອແນໃສ່ໂຄສະນາເຜີຍແຜ່ກ່ຽວກັບ ຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຮ່ຈີມິນ, ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງເພິ່ນ. ນີ້ກໍແມ່ນໂອກາດເພື່ອແນະນຳ, ໂຄສະນາມວນຊົນທັງຢູ່ພາຍໃນ ແລະ ເພື່ອນມິດສາກົນກ່ຽວກັບວັດທະນະທຳບ້ານແຊນ (ບ້ານດອກບົ່ວ), ດິນແດນເງະອານ ທີ່ຂະຫຍັນຂັນເຄື່ອນ, ເປັນມິດສະໜິດສະໜົມ ແລະ ຍາມໃດກໍເປີດກວ້າງໂອກາດຮ່ວມມືພັດທະນາ”.

ງານບຸນດັ່ງກ່າວ ຈັດຂຶ້ນແຕ່ວັນທີ 12 ພຶດສະພາ ຫາວັນທີ 19 ພຶດສະພາ ດ້ວຍກິດຈະກຳທີ່ມີຫຼາຍຮູບແບບ ຈາກຫຼາຍຂົງເຂດຄື ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top