• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ

ຕອນເຊົ້າວັນທີ 5 ເມສາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດເພື່ອປຶກສາຫາລືບາງເນື້ອໃນຍືນສະເໜີຕໍ່ສະພາແຫ່ງຊາດຢູ່ກອງປະຊຸມຄັ້ງທີ 5 ໂດຍມີການເຂົ້າຮ່ວມຂອງທ່ານປະທານປະເທດ ຫວໍວັນເຖືອງ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ  

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ໃນກອງປະຊຸມຄັ້ງທີ 5 ຈະມາເຖິງຂອງສະພາແຫ່ງຊາດ ວຽກງານສ້າງກົດໝາຍແມ່ນໜ້າທີ່ສຳຄັນຈຸດສຸມທີ່ກ່ຽວຂ້ອງເຖິງການພິຈາລະນາປະກອບຄຳເຫັນ ແລະ ຮັບຮອງເອົາກົດໝາຍຫຼາຍສະບັບທີ່ສຳຄັນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ການຈັດຕັ້ງກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດເພື່ອແນໃສ່ຍົກສູງຄຸນນະພາບບັນດາຮ່າງກົດໝາຍພ້ອມທັງຫຼຸດເວລາຈັດຕັ້ງກອງປະຊຸມສະໄໝສາມັນຢ່າງເປັນທາງການລົງ. ດັ່ງນັ້ນ, ໃນ 3 ວັນດຳເນີນກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດສະເພາກິດຄວນຄົ້ນຄ້ວາຢ່າງລະອຽດ, ແລກປ່ຽນ, ປຶກສາຫາລື ກັບບັນດາອົງການຮຽບຮຽງ, ອົງການກວດກາເພື່ອແນໃສ່ປະກອບຫຼາຍຄຳເຫັນທີ່ມີຄຸນນະພາບ, ເລິກເຊິ່ງກ່ຽວກັບຮ່າງກົດໝາຍສະບັບຕ່າງໆ.

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top