• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ Festival ທະ​ເລ - ໂຮ້ຍ​ອານ ຍາມ​ລະ​ດູ​ຮ້ອນ

ຕອນຄ່ຳວັນທີ 18 ມິຖຸນາຢູ່ຫາດຊາຍທະເລ ອານບາງ, ຕາແສງ ເກີມອານ, ນະຄອນ ໂຮ້ຍອານ ແຂວງ ກວາງນາມ ຂອງ ຫວຽດນາມ ໄດ້ໄຂ Festival ທະເລປີ 2022 ດ້ວຍຫົວຂໍ້ ໂຮ້ຍອານ - ຍາມລະດູຮ້ອນ ແລະ ປຸກລະດົມໂຄງການ ໂຮ້ຍອານ - ການທ່ອງທ່ຽວສີຂຽວ.
  ໂຮ້ຍອານ - ຍາມຸລະດູຮ້ອນແມ່ນການເຄື່ອນໄຫວເປັນເອກະລັກທີ່ສຸດໃນໂຄງການປີທ່ອງທ່ຽວແຫ່ງຊາດ - ກວາງນາມປີ 2022  

ໂຮ້ຍອານ - ຍາມຸລະດູຮ້ອນແມ່ນໜຶ່ງໃນບັນດາຫົວຂໍ້ທີ່ເປັນເອກະລັກທີ່ສຸດໃນໂຄງການປີທ່ອງທ່ຽວແຫ່ງຊາດ - ກວາງນາມປີ 2022 ດ້ວຍການເຄື່ອນໄຫວ ແລະ ເຫດການໂດດເດັ່ນ, ຈັບອົກຈັບໃຈຫຼາຍຢ່າງ, ເປີດສາກໃຫ້ແກ່ລະດູທ່ອງທ່ຽວທະເລ ນັ້ນແມ່ນ ງານລາຕີ ແລະ ອາຫານທະເລ.

ໃນພິທີໄຂ, ນະຄອນ ໂຮ້ຍອານ ໄດ້ປຸກລະດົມປະຊາຊົນ ແລະ ແຂກທ່ອງທ່ຽວ ພ້ອມກັນຕອບສະໜອງສານການທ່ອງທ່ຽວສີຂຽວໃນທົ່ວບໍລິເວນ ໃຫ້ຖືກຕາມຫົວຂໍ້ຂອງປີທ່ອງທ່ຽວແຫ່ງຊາດ “ກວາງນາມ - ສະຖານທີ່ທ່ອງທ່ຽວສີຂຽວ” ເພື່ອພ້ອມກັນມຸ່ງໄປເຖິງການເຄື່ອນໄຫວທີ່ເປັນມິດກັບສິ່ງແວດລ້ອມທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top