• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາຟິມຮູບເງົາສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູຢູ່ ດ້ຽນບຽນ

ຜ່ານບັນດາຟິມຮູບເງົາ ເພື່ອແນໃສ່ໂຄສະນາ, ສຶກສາ ກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ, ການປະຕິວັດ ແລະ ລະດົມນ້ຳໃຈຮັກຊາດ, ລັດທິວິລະຊົນ, ນ້ຳໃຈສາມັກຄີ, ຄວາມເອກອ້າງທະນົງໃຈ
ບັນດາຜູ້ແທນເຂົ້າຮ່ວມພິທີ (ພາບ: qdnd.vn)

ຕອນຄ່ຳວັນທີ 24 ເມສາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ໄດ້ໄຂສັບປະດາຟິມຮູບເງົາ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954 – 2024). ຜ່ານບັນດາຟິມຮູບເງົາ ເພື່ອແນໃສ່ໂຄສະນາ, ສຶກສາ ກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ, ການປະຕິວັດ ແລະ ລະດົມນ້ຳໃຈຮັກຊາດ, ລັດທິວິລະຊົນ, ນ້ຳໃຈສາມັກຄີ, ຄວາມເອກອ້າງທະນົງໃຈ ແລະ ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ ຫວຽດນາມ; ຍົກສູງບົດບາດ, ຂອບຂະໜາດ, ຄວາມໝາຍປະຫວັດສາດທີ່ສະຫງ່າລາສີຂອງບັ້ນຮົບ ດ້ຽນບຽນຝູ ແລະ ການຕໍ່ສູ້ຕ້ານ ຝລັ່ງ; ຢັ້ງຢືນບັນດາຜົນງານຂອງພັກ ແລະ ປະຊາຊົນ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍ, ຍາດເອົາເອກະລາດໃຫ້ແກ່ປະເທດຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ໃນບັນດາການເຄື່ອນໄຫວຂອງສັບປະດາ, ກົມຮູບເງົາໄດ້ແນະນຳ ແລະ ວາງສະແດງບາງພາບຖ່າຍເອກະສານ ກ່ຽວກັບຄະນະຜະລິດຟິມຮູບເງົາເອກະສານ ແລະ ຖ່າຍຮູບ ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູ ແລະ ມອບໃຫ້ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ເພື່ອເກັບຮັກສາ ແລະ ເສີມຂະຫຍາຍຄຸນຄ່າໂຄສະນາຊຸດພາບຖ່າຍເອກະສານທີ່ລ້ຳຄ່ານີ້ຢູ່ຫໍພິພິທະພັນໄຊຊະນະ ປະຫວັດສາດ ດ້ຽນບຽນຝູ. ສັບປະດາດັ່ງກ່າວຈັດຂຶ້ນຮອດວັນທີ 30 ເມສາ ຈຶ່ງຈະອັດລົງ.

(ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top