ຕອນເຊົ້າວັນທີ 21 ພະຈິກ, ຢູ່ສວນສາທາລະນະ ລີທ້າຍໂຕ (ຮ່າໂນ້ຍ) ໄດ້ດຳເນີນພິທີໄຂວັນບຸນວັດທະນະທຳ ຫວຽດນາມ ຢູ່ຮ່າໂນ້ຍ 2026, ພ້ອມກັບລາຍການເດີນຂະບວນສະແດງມໍລະດົກແນະນຳບັນດາຄຸນຄ່າວັດທະນະທຳພົ້ນເດັ່ນຂອງທັງລອງ - ຮ່າໂນ້ຍ, ພ້ອມທັງເຊື່ອມຕໍ່ມໍລະດົກພື້ນເມືອງ ກັບຊີວິດແຫ່ງຄວາມປະດິດຄິດສ້າງຍຸກທັນສະໄໝ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫວູດ້າຍທັ້ງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຢັ້ງຢືນວ່າ:
ຮັກສາມູນເຊື້ອບໍ່ໝາຍຄວາມວ່າຮັກສາສິ່ງທີ່ຂຶ້ນກັບອະດີດຕະການ. ສິ່ງສຳຄັນແມ່ນເຮັດໃຫ້ບັນດາຄຸນຄ່າດ້ານວັດທະນະທຳສືບຕໍ່ມີຊີວິດໃນຍຸກປັດຈຸບັນ, ກາຍເປັນແຫຼ່ງບັນດານໃຈປະດິດຄິດສ້າງ ແລະ ກຳລັງໜູນພັດທະນາໃຫ້ອະນາຄົດ. ນະຄອນຫຼວງອະລິຍະທຳນັບພັນປີ ຕ້ອງແມ່ນນະຄອນຫຼວງທີ່ມີຄວາມຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງ, ເຊື່ອມໂຍງ ແລະ ພັດທະນາ. ນະຄອນເຕັມໄປດ້ວຍມໍລະດົກຕ້ອງແມ່ນບ່ອນເລີ່ມຕົ້ນບັນດາຄຸນຄ່າວັດທະນະທຳໃໝ່, ນະຄອນຮ່າໂນ້ຍທີ່ເປັນໜ້າດຳລົງຊີວິດຕ້ອງແມ່ນນະຄອນທີ່ມີພື້ນຖານໂຄງລ່າງທັນສະໄໝ, ເສດຖະກິດພັດທະນາ ຕ້ອງແມ່ນບ່ອນທີ່ປະຊາຊົນແຕ່ລະຄົນໄດ້ດຳລົງຊີວິດໃນສະພາບແວດລ້ອມດ້ານວັດທະນະທຳທີ່ປອດໂປ່ງ, ວັດທະນະທຳມະນຸດ, ມີຫົວຄິດປະດິດຄິດສ້າງ, ອຸທິດສ່ວນ ແລະ ຊົມໃຊ້ບັນດາໝາກຜົນຂອງການພັດທະນາ.






