• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂລະດູການທ່ອງທ່ຽວແຂວງ ຖ໊າຍງວຽນ ປີ 2022 ດ້ວຍຫົວຂໍ້ “ຄົ້ນຫາເຂດດິນແດນແຫ່ງເທບນິຍາຍ”

ຕອນເຊົ້າວັນທີ 24 ເມສາ, ແຂວງ ຖ໊າຍງວຽນ ໄດ້ໄຂລະດູລາຍການທ່ອງທ່ຽວຖ໊າຍງວຽນ ປີ 2022 ດ້ວຍຫົວຂໍ້ “ຄົ້ນຫາເຂດດິນແດນແຫ່ງເທບນິຍາຍ” ຢູ່ນະຄອນ ໂຊງໂກງ.

  ພິທີໄຂລະດູລາຍການທ່ອງທ່ຽວຖ໊າຍງວຽນ ປີ 2022 ດ້ວຍຫົວຂໍ້ “ຄົ້ນຫາເຂດດິນແດນແຫ່ງເທບນິຍາຍ” ຢູ່ນະຄອນ ໂຊງໂກງ

(ພາບ: TTXVN)  

 ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ແທນມາຈາກແຂວງ ລ້າງເຊີນ, ນິງບິ່ງ, ບັກກ້ານ, ແຄ໊ງຮວ່າ, ຕວຽນກວາງ; ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ບັນດາບໍລິສັດ, ວິສາຫະກິດທ່ອງທ່ຽວ, ຂົນສົ່ງແຂກທ່ອງທ່ຽວ…

ທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ ສະເໜີໃຫ້ຂະແໜງທ່ອງທ່ຽວແຂວງ ຖ໊າຍງວຽນ ໃນໄລຍະຈະມາເຖິງ ຕ້ອງພັດທະນາການທ່ອງທ່ຽວຕາມທິດເປັນມືອາຊີບ, ທັນສະໄໝ, ອະລິຍະທຳ, ມີຄຸນນະພາບ, ບັນລຸປະສິດທິຜົນ, ຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ສີສັນວັດທະນະທຳຂອງຊາດ; ສ້າງສະພາບແວດລ້ອມການທ່ອງທ່ຽວຂຽວ. ຖ໊າຍງວຽນ ກໍຕ້ອງເປັນເຈົ້າການສົມທົບ, ຮ່ວມສຳພັນກັບທ້ອງຖິ່ນ, ວິສາຫະກິດເພື່ອພັດທະນາ, ປ່ຽນແປງໃໝ່ຜະລິດຕະພັນໃຫ້ເໝາະສົມກັບທ່າອ່ຽງໃໝ່; ເພີ່ມປະສິດທິຜົນໃນການເຊື່ອມຕໍ່ແຂວງກັບແຂວງ.

ທີ່ພິທີໄຂ, ສະຫະສະມາຄົມທ່ອງທ່ຽວແຂວງ ຖ໊າຍງວຽນ ໄດ້ລົງນາມການຮ່ວມມືພັດທະນາການທ່ອງທ່ຽວກັບບັນດາຫົວໜ່ວຍ, ວິສາຫະກິດທ່ອງທ່ຽວຂອງ ຮ່າໂນ້ຍ ແລະ ສະຫະສະມາຄົມການທ່ອງທ່ຽວແຂວງ ຫວິງຟຸກ, ນິງບິ່ງ ແລະ ຮ່າໂນ້ຍ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top