• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານວາງສະແດງຮູບພາບ “ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ເອກອ້າງທະນົງໃຈຕໍ່ມູນເຊື້ອ-ໝັ້ນຄົງກ້າວຂຶ້ນໃນອະນາຄົດ”

      ໃນຂອບເຂດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11, ຕອນເຊົ້າວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນງານວາງສະແດງຮູບພາບ, ດ້ວຍຮູບຖ່າຍ ແລະ ວັດຖຸພັນ 500 ຢ່າງທີ່ພົ້ນເດັ່ນຜ່ານບັນດາໄລຍະປະຫວັດສາດ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ 10 ສະໄໝ.
ບັນດາຜູ້ແທນຊົມງານວາງສະແດງ
      ເນື້ອໃນຂອງງານວາງສະແດງລວມມີ 2 ປະການ. ທີ 1 ແມ່ນດ້ວຍຫົວຂໍ້ : “ລຸ່ນວິລະຊົນ, ໄຊຊະນະທີ່ສະຫງ່າລາສີ” ຊຶ່ງແນະນຳໂດຍສັງເຂບກ່ຽວກັບປະຫວັດຄວາມເປັນມາ ແລະ , ການອຸທິດສ່ວນ, ການເຕີບໃຫຍ່ຂອງອົງການຊາວໜຸ່ມ ແລະ ໄວໜຸ່ມລຸ່ນຕ່າງໆທີ່ປະກອບສ່ວນເຂົ້າໃນຂະບວນການປະຕິວັດ…
   ເນື້ອໃນປະການທີ 2 ແມ່ນດ້ວຍຫົວຂໍ້ “ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຜ່ານກອງປະຊຸມໃຫຍ່ ສະໄໝຕ່າງໆ ”. ທີ່ງານວາງສະແດງ, ທ່ານ ຫງວຽນຫວຽດຮຸ່ງ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ ແບ່ງປັນວ່າ : 
     “ ງານວາງສະແດງໄດ້ສ່ອງແສງບັນດາຂະບວນການປະຫວັດສາດຂອງ ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ບັນດາຂະບວນການເຄື່ອນໄຫວຜ່ານ ກອງປະຊຸມໃຫຍ່ 10 ສະໄໝ. ງານວາງສະແດງໄດ້ຊ່ວຍໃຫ້ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນໃນທົ່ວປະເທດໄດ້ຫວນຄືນມູນເຊື້ອທີ່ສະຫງ່າລາສີຂອງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ທັງນີ້ກໍເປັນການປຸກລະດົມໄວໜຸ່ມສືບຕໍ່ປະຈັນບານ, ນຳໜ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ”
   ງານວາງສະແດງຈະດຳເນີນຮອດວັນທີ 13 ທັນວາຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top