• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະໂຫລານໝູ່ບ້ານທ່ອງທ່ຽວເຂດຊຸມຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອປີ 2017

ຕອນຄ່ຳວັນທີ 07 ຕຸລາ, ທີ່ສະໜາມກິລາເມືອງ ມາຍເຈົາ ແຂວງ ຮ່ວາບີງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່ວາບີງ.

ພິທີໄຂງານມະໂຫລານໝູ່ບ້ານທ່ອງທ່ຽວເຂດຊຸມຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອ
ເປີດກ້ວາງປີ 2017 (ພາບ: ອິນເຕີແນັດ)
      ຈັດຕັ້ງພິທີໄຂງານມະໂຫລານໝູ່ບ້ານທ່ອງທ່ຽວເຂດຊຸມຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອເປີດກ້ວາງປີ 2017. ງານມະໂຫລານແມ່ນໂອກາດ ເພື່ອແນະນຳກ່ຽວກັບຮູບແບບການເຄື່ອນໄຫວທ່ອງທ່ຽງເຂດຊຸມຊົນ ທີ່ມີຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອເອກະລັກສະເພາະຂອງບັນດາເຜົ່າອ້າຍນ້ອງ; ເຊີດຊູບັນດາໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ທີ່ດີເດັ່ນໃນເຂດຕາເວັນຕົກສ່ຽງເໜືອເປີດກ້ວາງ; ສ້າງເງື່ອນໄຂໃຫ້ປະຊາຊົນບັນດາໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ໄດ້ເປີດກ້ວາງການພົວພັນແລກປ່ຽນ, ແລກປ່ຽນບົດຮຽນ, ຍົກສູງທັກສະດ້ານວິຊາການໃນຂົງເຂດເຄື່ອນໄຫວທ່ອງທ່ຽວເຂດຊຸມຊົນ. ພ້ອມທັງແມ່ນໂອກາດ ເພື່ອໃຫ້ແຂວງ ຮ່ວາບີງ ແນະນຳເຖິງບັນດາແຂວງເພື່ອນມິດ, ແຂກທ່ອງທ່ຽວພາຍໃນປະເທດ ແລະ ຕ່າງປະເທດບັນດາສະຖານທີ່ທັດສະນະສຶກສາ, ຄົ້ນຫາທີ່ດູດດຶ່ມ; ບັນດາທັດສະນີຍະພາບທີ່ສວຍງາມ, ຜະລິດຕະພັນທ່ອງທ່ຽວເຂດຊຸມຊົນຂອງແຂວງ ແລະ ພິເສດແມ່ນບັນດາສະຖານທີ່ທ່ອງທ່ຽວເຂດຊຸມຊົນ ຂອງເມືອງ ມາຍເຈົາ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top