• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນຟູ໋ດົ໋ງທົ່ວປະເທດຄັ້ງທີ 9 ປີ 2016


ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມ
(ພາບ: ສຳນັກຂ່າວສານ ຫວຽດນາມ)

      ຕອນ​ຄ່ຳ​ວັນ​ທີ 1/8, ຢູ່​ສະໜາມກິລາ​ນະຄອນ ວີ​ງ (​ແຂວງ ​ເງາະ​ອານ), ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູດຶກ​ດາມ, ການ​ນຳ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ການ​ນຳ​ແຂວງ ​ເງະ​ອານ ​ແລະ ນັກ​ກິລາ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ບຸນ ຟູ່ດົ໋ງ ທົ່ວ​ປະ​ເທດ​ຄັ້ງ​ທີ 9 ປີ 2016. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ການ​ສົມທົບ​ກັນ​ຈັດ​ຕັ້ງ​ວັນ​ບຸນ​ກາຍຍະກຳ - ກິລາ ທີ່​ມີ​ຊື່​ວ່າ ຟູ໋ດົ໋ງ ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ລັກສະນະ​ເປັນ​ມູນ​ເຊື້ອ, ​ເພື່ອ​ແນ​ໃສ່​ລະດົມ​ຊາວ​ໜຸ່ມ, ​ເຍົາວະ​ຊົນ​ຂອງ​ບັນດາ​ໂຮງຮຽນ​ມັດທະຍົມ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ຫຼໍ່​ຫຼອມ​ຮ່າງກາຍ, ການສຶກສາ​ອົບຮົມ​ຢ່າງ​ຮອບດ້ານ: ຈັນ​ຍາ​ບັນ - ພູມ​ປັນຍາ - ກາຍຍະກຳ - ສິລະ​ປະ. ວັນ​ບຸນ​ນີ້​ກໍ່ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະພາບການ​ສຶກສາກິລາ, ສ້າງ​ບາດ​ກ້າ​ວພັດທະນາ ກິລາ - ກາ​ຍະ​ກຳ​ໃນ​ໂຮງຮຽນ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ຮອບດ້ານ. ພ້ອມ​ທັງ, ພົບ​ເຫັນ, ​ເລືອກ​ເຟັ້ນ, ບຳລຸງ​ສ້າງ ​ແລະ ຝຶກ​ອົບຮົມ​ບັນດາ​ຜູ້​ເກັ່ງ​ກ້າ​ສາມາດ​ດ້ານ​ກິລາ​ໃຫ້​ແກ່​ທ້ອງ​ຖິ່ນ ​ແລະ ​ໃຫ້​ແກ່​ປະ​ເທດ​ຊາດ. ງານ​ບຸນ ຟູ໋ດົ໋ງ ທົ່ວ​ປະ​ເທດ​ຄັ້ງ​ທີ 9 ປີ 2016 ມີ​ການ​ເຂົ້າ​ຮ່ວມ​ຂອງ 63 ຄະນະທີ່​ມາ​ຈາກ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ຈຳນວນ​ນັກ​ກິລາ​​ເຂົ້າ​ຮ່ວມ​ການ​ແຂ່ງຂັນເກືອບ 4000 ຄົນ. ງານ​ບຸນ ຟູ໋ດ໋ົງ ທົ່ວ​ປະ​ເທດ​ຄັ້ງ​ທີ 9 ປີ 2016 ຖືກ​ດຳ​ເນີນ​ແຕ່​ວັນ​ທີ 1 - 10/8.
 (ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຂອງ ​ທ່ານ ເຈິ່ນ​ເກີມ​ຕູ ຜູ້​ປ​ະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຈະ​ດຳ​ເນີນໃນ​ວັນ​ທີ 09 ເມ​ສາ 2026, ນັກ​ຂ່າ​ວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໄດ້​ສຳ​ພາດ ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ກ່​ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ.

Top