• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມຄັ້ງທີ IX

      ໜ້າທີ່ສໍາຄັນແຖວໜ້າຂອງແນວໂຮມປະເທດຊາດ ແມ່ນເຕົ້າໂຮມ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ.

ບັນດາຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມຄັ້ງທີ IX (ພາບ: TTXVN)
              ຕອນເຊົ້າວັນທີ 19 ກັນຍາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມຄັ້ງທີ IX ດ້ວຍຫົວຂໍ້ວ່າ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃຫມ່ - ພັດທະນາ” ໄດ້ໄຂຂຶ້ນຢ່າງສົມກຽດຢູ່ຮ່າໂນ້ຍ. ເຂົ້າຮ່ວມພິທີໄຂມີທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ , ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ບັນດານັກປະຕິວັດຜູ້ອາວຸໂສ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ທຸຕານຸທູດ ແລະ ຜູ້ແທນເກືອບ 1 ພັນຄົນ.
        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມໃຫ້ຮູ້ວ່າ ກອງປະຊຸມໃຫຍ່ມີຄວາມໝາຍສຳຄັນທີ່ສຸດ, ມີໜ້າທີ່ຕີລາຄາຢ່າງຮອບດ້ານກ່ຽບກັບສະພາບການຂອງມະຫາສາມັກຄີທົ່ວປວງຊົນທັງຊາດ, ໝາກຜົນຂອງການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງ ທີ VIII, ອາຍຸການ 2014 – 2019, ຖອດຖອນບັນດາບົດຮຽນຕົວຈິງ ຢ່າງເລິກເລິ່ງ, ວາງອອກບັນດາລາຍການປະຕິບັດຢ່າງແທດຈິງ, ມີປະສິດທິຜົນໃນອາຍຸການໃຫມ່ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການປ່ຽນແປງໃຫມ່ໃນການສ້າງສາ ແລະ ພັດທະນາປະເທດຊາດ. ກອງປະຊຸມໃຫຍ່ຈະຮັບຮອງເອົາກົດລະບຽບຂອງແນວໂຮມປະເທດຊາດ ຫວຽດນາມສະບັບປັບປຸງ ແລະ ເພີ່ມເຕີມ, ກອງປະຊຸມປຶກສາຫາລືເລືອກຕັ້ງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ IX (2019 - 2024).
        ທີ່ພິທີໄຂ, ໂດຍຕາງໜ້າໃຫ້ແກ່ກົມການເມືອງ, ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເວົ້າເຖິງແນວຄິດມະຫາສາມັກຄີທົ່ວປວງຊົນທັງຊາດຂອງປະທານໂຮ່ຈີມິນ, ເຊິ່ງເປັນຜູ້ທີ່ສ້າງຕັ້ງແນວໂຮມປະເທດເອກະພາບແຫ່ງຊາດ ຫວຽດນາມ. ທ່ານກ່າວວ່າ:
        ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ແນວໂຮມປະເທດຊາດສືບຕໍ່ເໝາະສົມກັບບົດບາດເປັນສຳພັນທະມິດການເມືອງ, ສະຫະພັນສະໝັກໃຈ, ເປັນພື້ນຖານດ້ານການເມືອງຂອງອຳນາດການປົກຄອງປະຊາຊົນ, ເປັນຕົວແທນ, ປົກປ້ອງສິດແລະ ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ເປັນອົງການຫຼັກແຫຼ່ງແກ່ນສານໃນລະບົບການເມືອງຢູ່ ຫວຽດນາມ.
 ໃນສະພາບການໃໝ່, ດ້ວຍບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃໝ່ ໄດ້ກໍ່ຄວາມສ່ຽງເກີດຄວາມຂາດສະຖຽນລະພາບ ແລະ ສົ່ງຜົນກະທົບເຖິງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ໜ້າທີ່ສໍາຄັນແຖວໜ້າຂອງແນວໂຮມປະເທດຊາດ ແມ່ນເຕົ້າໂຮມ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ. ທ່ານກ່າວວ່າ:
        ແນວໂຮມປະເທດຊາດຕ້ອງປະຕິບັດວຽກງານໂຄສະນາ, ສຶກສາມູນເຊື້ອກ່ຽວກັບນໍ້າໃຈຮັກຊາດໃຫ້ເປັນຢ່າງດີ ແລະ ເປັນປະຈໍາ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ຮັບປະກັນຄວາມເຫັນດີເປັນເອກະພາບສູງທາງດ້ານແນວຄິດ ແລະ ການກະທໍາ, ສູ້ຊົນຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດໃຫ້ມີປະສິດທິຜົນ. ແນວໂຮມຕ້ອງຂົນຂວາຍປະຊາຊົນທຸກຊັ້ນຄົນປັບປຸງ ແລະ ເພີ່ມທະວີການສ້າງກຸ່ມສໍາພັນທະມິດລະຫວ່າງກໍາມະກອນ - ກະສິກອນ - ປັນຍາຊົນ, ເພື່ອເປັນພື້ນຖານໃຫ້ແກ່ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”.
        ໄປຄຽງຄູ່ກັນນັ້ນ, ແນວໂຮມຕ້ອງສົມທົບກັບອໍານາດການປົກຄອງທຸກຂັ້ນ ແລະ ບັນດາອົງການຈັດຕັ້ງສະມາຊິກ ຜັນຂະຫຍາຍບັນດາການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດໃຫ້ເລິກເຊິ່ງກວ້າງຂວາງ. ເປັນເຈົ້າການສົມທົບກັບອໍານາດການປົກຄອງແກ້ໄຂບັນດາບັນຫາສັງຄົມທີ່ຮ້ອນເຮັ່ງຢູ່ຂັ້ນຮາກຖານໃຫ້ມີປະສິດທິຜົນ, ປະກອບສ່ວນຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ. ປະຕິບັບົດບາດເປັນປະທານກອງປະຊຸມປຶກສາຫາລື, ການຈັດແບ່ງໜ້າທີ່ຮັບຜິດຊອບ, ສົມທົບກັບບັນດາອົງການຈັດຕັ້ງສະມາຊິກໃນການປະຕິບັດການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມໃຫ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top