• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສູນກາງພັກຄັ້ງທີ 7

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເນັ້ນໜັກວ່າ, ກອງປະຊຸມສູນກາງພັກຄັ້ງນີ້ໄດ້ຈັດຕັ້ງໃນກາງອາຍຸການຊຸດທີ 12, ໃນສະພາບການພາຍຫຼັງ 2 ປີເຄິ່ງທີ່ຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວປວງຊົນ...

ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 7 ຊຸດທີ 12
 

ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 7 ຊຸດທີ 12 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ພຶດສະພາ ຢູ່ຮ່າໂນ້ຍ.      ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເປັນປະທານກອງປະຊຸມ ແລະ ກ່າວຄຳເຫັນໄຂກອງປະຊຸມ. ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕາງໜ້າກົມການເມືອງ ສູນກາງພັກ ບໍລິຫານລາຍການເຮັດວຽກໃນມື້ທຳອິດນີ້.

       ທີ່ກອງປະຊຸມນີ້, ສູນກາງພັກຈະປຶກສາຫາລື ແຜນຮ່າງ “ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດ ທີ່ມີກຳລັງຄວາມສາມາດພຽງພໍ, ມີຈັນຍາບັນ ແລະ ມິອິດທິພົນຊື່ສຽງ,  ເໝາະສົມກັບໜ້າທີ່”, ແຜນຮ່າງ “ປະຕິຮູບນະໂຍບາຍເງິນເດືອນ ສຳລັບພະນັກງານ, ພາລະກອນ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຊາວຜູ້ອອກແຮງງານໃນວິສາຫະກິດ”; ແຜນຮ່າງ “ປະຕິຮູບນະໂຍບາຍ ປະກັນສັງຄົມ”. ບັນດາເນື້ອໃນດັ່ງກ່າວກ່ຽວຂ້ອງ ໂດຍກົງເຖິງວຽກງານ ກໍ່ສ້າງພັກ, ສ້າງຖັນແຖວພະນັກງານ, ສ້າງລະບົບການເມືອງ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານ ແລະ ຮັບປະກັນຊີວິດສັງຄົມ ດັ່ງນັ້ນ ຈຶ່ງໄດ້ຮັບຄວາມສົນໃຈທີ່ສຸດຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ.ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງເນັ້ນໜັກວ່າ: ກອງປະຊຸມສູນກາງພັກຄັ້ງນີ້ໄດ້ຈັດຕັ້ງໃນກາງອາຍຸການຊຸດທີ 12, ໃນສະພາບການພາຍຫຼັງ 2 ປີເຄິ່ງທີ່ຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວປວງຊົນ, ປະເທດເຮົາພວມມີການຫັນປ່ຽນຕັ້ງໜ້າ ແລະ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ, ໂອກາດໃໝ່, ດີງາມກ່ວາໃນພາລະກິດແຫ່ງການປ່ຽນແປງໃໝ່. ທ່ານເລຂາທິການໃຫຍ່ ສະເໜີຕໍ່ສູນກາງພັກ ແລະ ບັນດາສະຫາຍເຂົ້າຮ່ວມກອງປະຊຸມຈົ່ງຜັນຂະຫຍາຍນ້ຳໃຈຄວາມຮັບຜິດຊອບສູງສຸດ, ສຸມໃສ່ຄົ້ນຄ້ວາ, ປຶກສາຫາລື. ທ່ານກ່າວວ່າ :

    “ ຕ້ອງໃຫ້ຄຳຕອບຕໍ່ຄຳຖາມທີ່ວ່າ ເປັນຫຍັງ 20 ປີທີ່ຜ່ານມາ, ພິເສດໃນຊຸມປີມໍໍ່ໆມານີ້, ພັກເຮົາໄດ້ມີຫຼາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບວຽກງານພະນັກງານທີ່ໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບສະຫນູນຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ແຕ່ໃນການປະຕິບັດ ຍັງມີຈຸດອ່ອນຫຼາຍຢ່າງ ແລະ ປະສິດທິຜົນຍັງຕ່ຳຢູ່? ສາຍເຫດແມ່ນມາຈາກໃສ, ຢູ່ຂອດໃດ, ຂັ້ນໃດ, ພ້ອມທັງໄຈ້ແຍກ, ຄາດຄະເນສະພາບການຢູ່ພາຍໃນປະເທດ ແລະສາກົນໃນໄລຍະທີ່ຈະມາເຖິງ, ຕ້ອງກຳນົດແຈ້ງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃໝ່, ສະພາບການໃໝ່. ເປັນຕົ້ນແມ່ນບັນດາປັດໄຈສົ່ງຜົນກະທົບ , ທັງດີ ແລະ ບໍ່ດີເຖິງພະນັກງານ ແລະ ວຽກງານພະນັກງານ, ພ້ອມກັນນັ້ນ ກໍແກ້ໄຂປະກົດການຫຍໍ້ທໍ້ໃນວຽກງານພະນັກງານ ”

(ແຫຼ່ງຄັດຈາກ VOV)


ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top