• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ

ໃນເວລາ 2 ມື້ເຄິ່ງ, ນັບແຕ່ມື້ນີ້ຈົນເຖິງຕອນເຊົ້າຂອງວັນທີ 30 ສິງຫາ, ກອງປະຊຸມຈະມີຄຳເຫັນ, ປຶກສາຫາລືກ່ຽວກັບຮ່າງກົດໝາຍ 8 ສະບັບທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6 ທີ່ຈະມາເຖິງນີ້.

ໃນຕອນເຊົ້າວັນທີ 28 ສິງຫາ, ທີ່ຫໍສະພາແຫ່ງຊາດ ຫວຽດນາມ, ໄດ້ໄຂກອງປະຊຸມສະມາຊິກສະພາແຫ່ງຊາດ ເຄື່ອນໄຫວວຽກງານສະເພາະກິດຄັ້ງທີ 4, ອາຍຸການຊຸດທີ XV.

  ກອງປະຊຸມສະມາຊິກສະພາແຫ່ງຊາດ ເຄື່ອນໄຫວວຽກງານສະເພາະກິດຄັ້ງທີ 4 (ພາບ:VOV)  

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງບັນດາຮ່າງກົດໝາຍນີ້ລ້ວນແຕ່ແມ່ນຮ່າງກົດໝາຍທີ່ສຳຄັນ, ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ ແລະ ສະມາຊິກສະພາແຫ່ງຊາດ, ມີຫຼາຍຂໍ້ກຳນົດໃໝ່, ເປົ້າໝາຍທີ່ຮັບຜົນສະທ້ອນກ້ວາງຂວາງ, ບາງເນື້ອໃນຍັງມີຄວາມເຫັນທີ່ແຕກຕ່າງກັນ, ພິເສດແມ່ນລະຫວ່າງບັນດາອົງການຮັບຜິດຊອບການກວດກາ ແລະ ອົງການຮຽບຮຽງ, ຄວນສືບຕໍ່ໄດ້ຮັບການຄິດໄລ່ຊັ່ງຊາ, ປຶກສາຫາລືຢ່າງລະອຽດລະອໍ. ທ່ານປະທານສະພາແຫ່ງຊາດ ຍັງເອົາຕັກເຕືອນບັນດາສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນໃສ່ບັນດາເນື້ອໃນຍັງມີຫຼາຍຄຳເຫັນທີ່ແຕກຕ່າງກັນ ເພື່ອຄົ້ນຄ້ວາ, ໄຈ້ແຍກ, ຄິດໄລ່ຊັ່ງຊາ ເພື່ອເລືອກເອົາວິທີການດີທີ່ສຸດ.

ກອງປະຊຸມຖືກຈັດຂື້ນເພື່ອຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ ເຄື່ອນໄຫວວຽກງານສະເພາະກິດ, ປະກອບສ່ວນເສີມສ້າງພື້ນຖານໃຫ້ສົມບູນແບບ, ຍົກສູງຄຸນນະພາບຂອງບັນດາຮ່າງກົດໝາຍກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6. ໃນເວລາ 2 ມື້ເຄິ່ງ, ນັບແຕ່ມື້ນີ້ຈົນເຖິງຕອນເຊົ້າຂອງວັນທີ 30 ສິງຫາ, ກອງປະຊຸມຈະມີຄຳເຫັນ, ປຶກສາຫາລືກ່ຽວກັບຮ່າງກົດໝາຍ 8 ສະບັບທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6 ທີ່ຈະມາເຖິງນີ້. ຮ່າງກົດໝາຍ 8 ສະບັບລວມມີ: ກົດໝາຍວ່າດ້ວຍ ທີ່ດິນ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ເຄຫະ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ຊັບພະຍາກອນນຳ້ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ກຳລັງທີ່ເຂົ້າຮ່ວມການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ຮາກຖານ; ກົດໝາຍວ່າດ້ວຍ ການຄຸ້ມຄອງ, ປ້ອງກັນກິດຈະກຳການປ້ອງກັນຊາດ ແລະ ເຂດການທະຫານ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top