ຕອນເຊົ້າວັນທີ 18 ພະຈິກ, ຢູ່ນະຄອນຫຼວງ ມະນີລາ (ຟີລິບປິນ), ທ່ານ ເຈິ່ນ ແທງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ລັດສະພາລະຫວ່າງຊາດອາຊຽນ ຄັ້ງທີ 47 (AIPA-47) ດ້ວຍຫົວຂໍ້ "ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ".
ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ, ແລະ ທ່ານນາງ Khuon Sudary, ປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ກິນອາຫານເຊົ້າເຮັດວຽກ. ທີ່ການພົບປະ, ການນຳສາມທ່ານໄດ້ເຫັນດີກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນ, ມີການຈັດການພົບປະໂດຍກົງ ແລະ ທາງອອນລາຍລະຫວ່າງປະທານສະພາແຫ່ງຊາດສາມປະເທດ, ຜັນຂະຫຍາຍບັນດາການຢ້ຽມຢາມຂັ້ນສູງ, ຈັດການພົບປະແລກປ່ຽນລະຫວ່າງຄະນະກຳມາທິການ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງ ແລະ ສ້າງໂທລະສັບສາຍດ່ວນລະຫວ່າງລັດຖະສະພາສາມປະເທດ.
ແລະກໍ່ໃນຕອນເຊົ້າວັນທີ 18 ພະຈິກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ກໍ່ໄດ້ພົບປະກັບປະທານສະພາຕ່ຳຟີລິບປິນ, ປະທານ AIPA-47, ປະທານສະພາແຫ່ງຊາດ ສິງກະໂປ ແລະ ປະທານສະພານິຕິບັນຍັດ ບຣູໄນ.
ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະທຳອິດຂອງກອງປະຊຸມສະມັດຊາໃຫຍ່ AIPA-47.






