• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 8 (MCIS-8)

ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 8, ປີ 2019 ໄດ້ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ເມສາ, ຢູ່ ມົດສະກູ, ປະເທດລັດເຊຍ. 

ພິທີໄຂກອງປະຊຸມ ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 8 ໃນວັນທີ 24 ເມສາ, ຢູ່ ມົດສະກູ

ກອງປະຊຸມຖືກດໍາເນີນໃນລະຫວ່າງ 23 – 25 ເມສາ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 1.000 ທ່ານ ທີ່ມາຈາກ 111 ປະເທດໃນໂລກ. ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ, ໂດຍທ່ານພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ.

        ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ແມ່ນເຫດການຖືກຈັດຂຶ້ນປະຈໍາປີ ໂດຍກະຊວງປ້ອງກັນປະເທດລັດເຊຍ ເປັນເຈົ້າພາບຈັດຕັ້ງ. ເນື້ອໃນຂອງກອງປະຊຸມປີນີ້ ແມ່ນສຸມໃສ່ບັນດາບັນຫາຄື: ໄພອັນຕະລາຍຕ່າງໆ ແລະ ໄພນາບຂູ່ດ້ານການທະຫານໃນປັດຈຸບັນ; ສະພາບການຢູ່ຕາເວັນອອກກາງ ດ້ວຍເນື້ອໃນຈຸດສຸມແມ່ນ ສ້າງສະຖຽນລະພາບຮອບດ້ານຢູ່ ຊີຣີ... ທີ່ບັນດາກອງປະຊຸມຫົວເລື່ອງ, ບັນດາຜູ້ແທນຈະພິຈາລະນາບັນຫາສ້າງສັນຕິພາບ, ເປີດກວ້າງການຮ່ວມມືດ້ານການທະຫານ, ຄວາມໝັ້ນຄົງໃນພາກພື້ນ ອາຊີ, ອາຟະລິກາ ແລະ ອາເມລິກາ ລາຕີນ. 

(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top