• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນ​ທົ່ວ​ໂລກ​​ມີ​ຜູ້​ຕິ​ດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 81,6 ລ້ານ​ຄົນ

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 29 ທັນວາ ຕາມເວລາ UTC, ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 81.651.939 ຄົນ. ໃນນັ້ນ ມີຜູ້ເສຍຊີວິດ 1.780.850 ຄົນ. 

ໂຮງໝໍຢູ່ ລັດ Texas, ອາເມລິກາ (ພາບ: TTXVN)

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 19,7 ລ້ານຄົນ ແລະ ມີ 343.072 ຄົນເສຍຊີວິດ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊີນ.

        ຢູ່ ເອີຣົບ, ຕາມການສະຖິຕິຂອງສະຖາບັນຄວບຄຸມໂລກລະບາດ Robert Koch (RKI) ວັນທີ 28 ທັນວາ, ໄລ່ມາຮອດປັດຈຸບັນ ເຢຍລະມັນໄດ້ຢັ້ງຢືນມີຜູ້ເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19 ກວ່າ 30.000 ຄົນ, ໃນຂະນະທີ່ຈຳນວນຜູ້ຕິດເຊື້ອແມ່ນຫຼາຍກວ່າ 1.663.000 ຄົນ.

        ຢູ່ ອາຊີ, ລັດຖະບານ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ປະກົດມີສາຍພັນໃໝ່ຂອງ ເຊື້ອໄວຣັດ SARS – CoV – 2  ຢູ່ ອາຟະລິກາໃຕ້. ແຈ້ງການດັ່ງກ່າວ ໄດ້ຍົກອອກມາພາຍຫຼັງທີ່ ລັດຖະບານ ຍີ່ປຸ່ນ ເລີ່ມຫ້າມການເຂົ້າເມືອງສຳລັບຊາວຕ່າງປະເທດ ໃນວັນທີ 28 ທັນວາ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮູ້ຜົນສຳເລັດຂອງແຕ່ລະປະເທດ ກໍ່ຄືຂອງທັງກຸ່ມ CLMV, ພ້ອມທັງທົບທວນຄືນສິ່ງທ້າທາຍ ແລະ ປຶກສາຫາລືຍຸດທະສາດເພື່ອຮັບມືໃນອະນາຄົດ.

Top