ຂ່າວສານ
ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັບພົບແຖວໜ້າຂອງຂະແໜງທ່ອງທ່ຽວ ຫວຽດນາມ ແລະ ໂລກ
ໄລຍະແຕ່ປີ 2012 – 2025, ຄຸ້ມເມືອງເກົ່າ ໂຮ້ຍອານ, ນະຄອນ ດ່າໜັງ ໄດ້ຮັບການລົງທຶນ 1.324.000 ຕື້ກວ່າດົ່ງ (ປະມານ 58 ລ້ານ USD) ເພື່ອວາງແຜນຜັງສັງລວມ, ອະນຸລັກຮັກສາ, ບູລະນະປະຕິສັງຂອນ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກຕິດພັນກັບການທ່ອງທ່ຽວ. “ໂຮ້ຍອານ ແມ່ນຮູບແບບທີ່ດີເດັ່ນກ່ຽວກັບເມືອງທ່າກ່ຳປັ່ນ ອາຊີ ມີມາແຕ່ດົນນານ ເຊິ່ງໄດ້ຮັບການອະນຸລັກຮັກສາເປັນຢ່າງດີ”. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມສະຫຼຸບແຜນຜັງລົງທຶນອະນຸລັກຮັກສາ, ບູລະນະປະຕິສັງຂອນສັງລວມ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກ ຄຸ້ມເມືອງເກົ່າ ໂຮ້ຍອານ ຕິດພັນກັບການພັດທະນາການທ່ອງທ່ຽວ ໄລຍະ 2012 – 2025 ໂດຍ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ, ຢູ່ຄຸ້ມເມືອງ ເກົ່າ ໂຮ້ຍອານ.
ມໍລະດົກວັດທະນະທຳໂລກຄຸ້ມເມືອງເກົ່າ ໂຮ້ຍອານ ແມ່ນຄວາມເອກອ້າງທະນົງໃຈຂອງ ຫວຽດນາມ ໃນແຜນທີ່ມໍລະດົກໂລກ. ໂຮ້ຍອານ ໄດ້ຮັບການຮັບຮອງວ່າ ເປັນມໍລະດົກວັດທະນະທຳ ຈາກອົງການ UNESCO ເມື່ອປີ 1999.
ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັດພົບແຖວໜ້າຂອງຂະແໜງທ່ອງທ່ຽວ ຫວຽດນາມ ແລະ ໂລກ. ນັບແຕ່ປີ 2012 ມາຮອດປັດຈຸບັນ, ໂຮ້ຍອານ ໄດ້ຮັບ 82 ນາມມະຍົດການທ່ອງທ່ຽວ ໂດຍບັນດາອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດຄັດເລືອກ.