• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂອກາດຮ່ວມມື ລັດເຊຍ - ຫວຽດນາມ ໃນການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ

ຖ້າຫາກ 2 ຝ່າຍເຫັນດີກ່ຽວກັບໂຄງການດັ່ງກ່າວ, ນີ້ຈະແມ່ນໝາກຜົນຕັ້ງໜ້າຕົ້ນຕໍຂອງການຢ້ຽມຢາມ.
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: TTXVN)

ວັນທີ 14 ມັງກອນ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຈັດກອງປະຊຸມຖະແຫຼງຂ່າວ ສະຫຼຸບການເຄື່ອນໄຫວການຕ່າງປະເທດຂອງ ລັດເຊຍ ໃນປີ 2024.

ເມື່ອຕອບຄຳຖາມຂອງນັກຂ່າວ ຫວຽດນາມ ກ່ຽວກັບບັນດາຄວາມຫວັງອັນຕັ້ງໜ້າພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Mikhail Vladimirovich Mishustin ມາຢ້ຽມຢາມ ຫວຽດນາມ, ພິເສດແມ່ນຄວາມສາມາດຮ່ວມມືໃນການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ, ທ່ານ Sergei Lavrov ຖືວ່າ, ຖ້າຫາກ 2 ຝ່າຍເຫັນດີກ່ຽວກັບໂຄງການດັ່ງກ່າວ, ນີ້ຈະແມ່ນໝາກຜົນຕັ້ງໜ້າຕົ້ນຕໍຂອງການຢ້ຽມຢາມ. ການພົວພັນ 2 ຝ່າຍຈະມີໂຄງການຮ່ວມຕື່ມອີກ, ນອກຈາກໂຄງການຫັນເປັນທັນສະໄໝ, ຍົກສູງປະສິດທິຜົນຂອງສູນເຂດຮ້ອນ ຫວຽດນາມ, ບັນດາບໍລິສັດຮ່ວມສຳພັນນ້ຳມັນອາຍແກັດ, ຄື: Rusviet, Vietsovpetro, Soviet Petro ທີ່ພວມເຄື່ອນໄຫວເປັນຢ່າງດີຢູ່ທັງ 2 ຜືນແຜ່ນດິນຂອງ 2 ປະເທດ ແລະ ພະລັງງານນິວເຄຼຍແມ່ນຂົງເຂດທີ່ເຕັມໄປດ້ວຍຄວາມຫວັງ.

ທ່ານກໍ່ໃຫ້ຮູ້ວ່າ, ລັດເຊຍ ຕີລາຄາສູງເລື່ອງ ຫວຽດນາມ ພ້ອມແລ້ວຈະຈັດສະຖານທີ່ດຳເນີນການເຈລະຈາປອດໄພໃຫ້ແກ່ ລັດເຊຍ ແລະ ບັນດາປະເທດຄູ່ຮ່ວມມື, ໃນນັ້ນ, ລວມທັງບັນຫາແກ້ໄຂວິກິດການ ຢູແກຼນ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top