• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Covid – 19: ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ຫຼາຍ​ກ່​ວາ 13,2 ລ້ານ​ຄົ​ນ

ຕາມເວັບໄຊສະຖິຕິ Worldometers.Info ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າວັນທີ 14 ກໍລະກົດ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 13.229.600 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 574.981 ຄົນ.

ບຣາຊິນ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ຫຼາຍທີ 2 ໃນໂລກ (ພາບ: Reuters)

ອາເມລິກາຍັງແມ່ນໃຈກາງແຜ່ລະບາດຂອງໂລກດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ 3.479.388 ຄົນ ແລະ ຜູ້ເສຍຊີວິດແມ່ນ 138.247 ຄົນ, ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ, ລັດເຊຍ…

        ແລະກໍ່ໃນວັນທີ 13 ກໍລະກົດ, ອົງການອະນາໄມໂລກ  -WHO ໄດ້ສືບຕໍ່ອອກຄຳກ່າວເຕືອນວ່າ ມີຫຼາຍປະເທດໃນໂລກພວມເດີນຜິດດທາງໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19 ແລະ ໂລກລະບາດ ນີ້ພວມນັບມື້ນັບຮ້າຍແຮງກ່ວາເກົ່າໃນທົ່ວໂລກ. ທ່ານ Tedros Adhanom ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ: ປັດຈຸບັນມີຜູ້ຕິດເຊື້ອກ່ວາ 13ລ້ານຄົນໃນນັ້ນມີຜູ້ເສຍຊີວິດກ່ວາ 500.000ຄົນ ນັບແຕ່ເວລາເກີດໂລກລະບາດ Covid – 19 ມາຮອດປັດຈຸບັນ. ສິ່ງທີ່ໜ້າວິຕົກກັງວົນແມ່ນ ເຖິງວ່າ ຢູ່ຫຼາຍປະເທດລະດູຮ້ອນວຽນມາແລ້ວ ແຕ່ຈຳນວນຜູ້ຕິດເຊື້ອຍັງສືບຕໍ່ເພີ່ມຂຶ້ນ.

(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ ເລື່ອງປ່ອຍຕົວປະກັນແມ່ນ “ເນື້ອໃນຈຸດສຸມຂອງທຸກວຽກງານ ເຊິ່ງ ອາເມລິກາ ພວມພະຍາຍາມປະຕິບັດ”.

Top