• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ 19: ສືບຕໍ່ມານະພະຍາຍາມປະຕິບັດວຽກງານປິ່ນປົວໃຫ້ເປັນຢ່າງດີ

      ວັນທີ 03 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງອອນລາຍກ່ຽວກັບການບົ່ງມະຕິພະຍາດ ກັບບັນດາຮາກຖານການປິ່ນປົວຜູ້ຕິດເຊື້ອໂຄວິດ 19.

ກອງປະຊຸມປຶກສາຫາລືທາງອອນລາຍກ່ຽວກັບການບົ່ງມະຕິພະຍາດ (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ: ປະຊາຊົນ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ, ມີຄວາມເອກອ້າງທະນົງໃຈຕໍ່ຖັນແຖວແພດໝໍທີ່ສຸດ. ກ່ຽວກັບວຽກງານປ້ອງກັນໂລກລະບາດ, ມາຮອດຈຸດເວລານີ້, ຫວຽດນາມ ໄດ້ຢຶດໝັ້ນຕໍ່ບັນດາບາດກ້າວທີ່ມີລັກສະນະຫຼັກການ, ປະຕິບັດການກວດພົບ, ສະກັດກັ້ນ, ແຍກຕົວ, ຂີດແບ່ງເຂດ, ຄວບຄຸມເຊື້ອພະຍາດໄດ້ເປັນຢ່າງດີ ເຖິງວ່າຍັງມີບັນດາເຂດແຜ່ເຊື້ອພະຍາດກໍ່ຕາມ ແຕ່ກໍ່ສາມາດ ຄວບຄຸມໄດ້ເປັນຢ່າງດີ.
   ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ: ສຳລັບເລື່ອງປິ່ນປົວຜູ້ຕິດເຊື້ອໂຄວິດ 19, ສິ່ງສຳຄັນແມ່ນວິທີການປິ່ນປົວທີ່ເໝາະສົມ, ເພື່ອຫລຸດຜ່ອນຈຳນວນຄົນເຈັບໜັກ ຕາມຄວາມສາມາດເປັນໄປໄດ້. ປັດຈຸບັນ, ໃນໂລກຍັງບໍ່ທັນມີຢາປິ່ນປົວ ກໍ່ຄືວິທີການປິ່ນປົວໂຄວິດ 19, ສະນັ້ນ, ຖັນແຖວແພດໝໍ ຫວຽດນາມ ກໍ່ພວມມານະພະຍາຍາມຄົ້ນຫາວິທີການປິ່ນປົວໃຫ້ເໝາະສົມ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top