• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດCovid– 19: ມີຫຼາຍປະເທດໃນໂລກປະກາດມີຜູ້ຕິດເຊື້ອພະຍາດ Covid– 19 ຄົນທຳອິດ

      ຢູ່ປະເທດເກາະໂມຣີຕີ, ແອັນຊານວາດໍ ແລະ ຟີຈິ ລ້ວນແຕ່ກວດພົບຜູ້ຕິດເຊື້ອພະຍາດCovid– 19 ຄົນທຳອິດໃນວັນທີ 18 ມີນາ.

19 ຍັງຄົງແຜ່ລະບາດໃນວົງກ້ວາງຢູ່ຫຼາຍປະເທດໃນໂລກ
(ພາບ:  Reuters/dangcongsan.vn)
      ທ່ານນາຍົກລັດຖະມົນຕີໂມຣີີຕີ PravindJugnauth ໃຫ້ຮູ້ວ່າປະເທດເກາະນີ້ິ້ໄດ້ກວດພົບຜູ້ຕິດເຊື້ອໄວຣັດ SARV -  Covid– 2 3 ຄົນທຳອິດ, ໃນນັ້ນມີ 2 ຄົນໄດ້ກວດພົບຢູ່ກ່ຳປັ່ນທ່ອງທ່ຽວ ແລະ ອີກຄົນໜຶ່ງແມ່ນໄດ້ກັບມາຈາກປະເທດອັງກິດ. ປັດຈຸບັດ 3 ຄົນດັ່ງກ່າວພວມໄດ້ ແຍກຕົວປິ່ນປົວຢູ່ຕ່າງຫາກຢູ່ໂຮງໝໍຢູ່Souillac. ທ່ານນາຍົກລັດຖະມົນຕີໂມຣີຕີໄດ້ປະກາດວ່າປະເທດເກາະນີ້ “ພວມຕົກຢູ່ໃນສະພາວະສຸກເສີນທົ່ວປະເທດ”, ຕາມນັ້ນແລ້ວຈະຫ້າມບໍ່ໃຫ້ເດີນທາງເຂົ້າປະເທດນີ້ໃນຮອບເວລາ 14 ວັນສຳລັບທຸກຄົນ, ນັບທັງພົນລະເມືອງໂມຣີຕີ.
            ສຳລັບຜູ້ຕິດເຊື້ອຄົນທຳອິດຢູ່ຟີຈິ, ທ່ານIfereimiWaqainabeteລັດຖະມົນຕີກະຊວງສາທາລະນະສຸກ ປະເທດນີ້ ໄດ້ເອົາລົງໃນສື່ສັງຄົມອອນລາຍ Twitter ສ່ວນຕົວໃນວັນທີ 19 ມີນາໂດຍໃຫ້ຮູ້ວ່າ ຜູ້ຕິດເຊື້ອດັ່ງກ່າວແມ່ນຜູ້ຊາຍຢູ່Lautokaແລະປັດຈຸບັນພວມໄດ້ແຍກຕົວປິ່ນປົວຢູ່ຕ່າງຫາກແລະຕິດຕາມອາການສຸຂະພາບ.
            ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກເມັກຊີໂກ, ກູບາ ໄດ້ຢັ້ງຢືນວ່າມີຜູ້ເສຍຊີວິດຄົນທຳອິດຍ້ອນໂລກລະບາດCovid– 19 ຢູ່ປະເທດດັ່ງກ່າວນີ້.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top